ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈຳ ສປຊ ເນັ້ນໜັກວ່າການຮັບປະກັນສິດເຂົ້າເຖິງຄວາມຍຸຕິທຳໃຫ້ແກ່ແມ່ຍິງ ແລະ ເດັກຍິງແມ່ນປັດໄຈຫຼັກແຫຼ່ງເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການພັດທະນາແບບຍືນຍົງ.
ການໂອ້ລົມສົນທະນາ “ຄວາມຍຸຕິທຳບໍ່ມີສິ່ງກີດຂວາງ: ມອບສິດໃຫ້ແມ່ຍິງ ແລະ ຊາວໜຸ່ມໃນກົດໝາຍ ແລະ ການນຳພາ” (ພາບ: TTXVN)
ວັນທີ 12 ມີນາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢູ່ນິວຢອກ (ອາເມລິກາ) ໄດ້ສົມທົບກັບເວທີປາໄສແມ່ຍິງ ສາກົນ ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ “ຄວາມຍຸຕິທຳບໍ່ມີສິ່ງກີດຂວາງ: ມອບສິດໃຫ້ແມ່ຍິງ ແລະ ຊາວໜຸ່ມໃນກົດໝາຍ ແລະ ການນຳພາ”. ນີ້ແມ່ນການເຄື່ອນໄຫວນອນໃນບັນດາເຫດການຢູ່ນອກກອງປະຊຸມຄັ້ງທີ 70 ຂອງ ຄະນະກຳມະການສປຊ ກ່ຽວກັບສະຖານະພາບ ແມ່ຍິງ(CSW) ຂອງ ສປຊ.
ຢູ່ເວທີປາໄສ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈຳ ສປຊ ເນັ້ນໜັກວ່າການຮັບປະກັນສິດເຂົ້າເຖິງຄວາມຍຸຕິທຳໃຫ້ແກ່ແມ່ຍິງ ແລະ ເດັກຍິງແມ່ນປັດໄຈຫຼັກແຫຼ່ງເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການພັດທະນາແບບຍືນຍົງ, ທ່ານຮັບຮູ້ວ່າເຖິງວ່າມີຄວາມກ້າວໜ້າຫຼາຍຢ່າງແລ້ວແຕ່ ແມ່ຍິງ ແລະ ຊາວໜຸ່ມຍັງຕ້ອງປະເຊີນໜ້າກັບບັນດາຮົ້ວກີດຂວາງໃນການເຂົ້າເຖິງກັບລະບົບກົດໝາຍ ແລະ ການບໍລິການໜູນຊວ່ຍທາງນິຕິກຳ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການເພີ່ມສິດອຳນາດໃຫ້ແກ່ແມ່ຍິງ, ໂດຍຜ່ານການປະຕິບັດສຳເລັດລະບົບກົດໝາຍ ແລະ ນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ, ຊຸກຍູ້ການເຂົ້າຮ່ວມ ແລະ ບົດບາດນຳພາຂອງແມ່ຍິງໃນບັນດາຂົງເຂດ.
(ແຫຼ່ງຄັດຈາກ VOV)