• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ປ້ອງກັນ​ຊັ້ນ ozone

ຕາມການສະຖິຕິຂອງຄະນະເລຂາ ozone ສາກົນແລ້ວ, ໄລ່ຮອດເດືອນສິງຫາ 2025, ຫວຽດນາມໄດ້ຫຼຸດການປ່ອຍທາດ C02 ປະມານ 240 ລ້ານໂຕນ ຈາກບັນດາການເຄື່ອນໄຫວຄຸ້ມຄອງ, ລົບລ້າງທາດຕ່າງໆໂດຍໄດ້ຮັບການຄຸ້ມຄອງຕາມຈົດໝາຍທາງການ Montreal.
ກອງປະຊຸມສຳມະນາ “ການເຄື່ອນໄຫວປ້ອງກັນຊັ້ນ ozone ມຸ່ງໄປເຖິງການຫັນປ່ຽນສີຂຽວ: ຊຸກຍູ້ການຮ່ວມມືລະຫວ່າງລັດຖະບານ, ການຮ່ວມພາກລັດ - ເອກະຊົນ” (ພາບ: nhandan.vn)

ຕອນບ່າຍວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ສິ່ງແວດລ້ອມໄດ້ຈັດກອງປະຊຸມສຳມະນາ ວັນສາກົນປ້ອງກັນຊັ້ນ ozone 2025 – 40 ປີແຫ່ງວັນສົນທິສັນຍາ Vienna : ຈາກວິທະຍາສາດຕະຫຼອດຮອດການກະທຳທົ່ວໂລກດ້ວຍຫົວຂໍ້ “ການເຄື່ອນໄຫວປ້ອງກັນຊັ້ນ ozone ມຸ່ງໄປເຖິງການຫັນປ່ຽນສີຂຽວ: ຊຸກຍູ້ການຮ່ວມມືລະຫວ່າງລັດຖະບານ, ການຮ່ວມພາກລັດ - ເອກະຊົນ”.

ຕາມການສະຖິຕິຂອງຄະນະເລຂາ ozone ສາກົນແລ້ວ, ໄລ່ຮອດເດືອນສິງຫາ 2025, ຫວຽດນາມໄດ້ຫຼຸດການປ່ອຍທາດ C02 ປະມານ 240 ລ້ານໂຕນ ຈາກບັນດາການເຄື່ອນໄຫວຄຸ້ມຄອງ, ລົບລ້າງທາດຕ່າງໆໂດຍໄດ້ຮັບການຄຸ້ມຄອງຕາມຈົດໝາຍທາງການ Montreal. ໃນໄລຍະຈະມາເຖິງ, ໂດຍປະຕິບັດແຜນການແຫ່ງຊາດກ່ຽວກັບການຄຸ້ມຄອງ, ລົບລ້າງທາດເຮັດໃຫ້ຊັ້ນ ozone ຊຸດໂຊມລົງ ແລະ ທາດກໍ່ມົນລະພິດເຮືອນແກ້ວ ໄດ້ຮັບການຄວບຄຸມຮອດປີ 2045, ຫວຽດນາມ ຈະຫຼຸດຜ່ອນການປ່ອຍທາດ CO2 ປະມານ 11,2 ລ້ານໂຕນ. ບັນດາໝາກຜົນນີ້ ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍວິວັດການປະຕິບັດສົນທິສັນຍາ Vienna, ຈົດໝາຍທາງການ Montreal ຢ່າງຖືກຕ້ອງ ແລະ ຕັ້ງໜ້າຮ່ວມມື, ຮ່ວມເດີນທາງພ້ອມກັບບັນດາປະເທດໃນໂລກ. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເລກົງແທັ່ງ ໃຫ້ຮູ້ວ່າ:

ຫວຽດນາມໄດ້ມານະພະຍາຍາມປະຕິບັດສຳເລັດນະໂຍບາຍກົດໝາຍວ່າດ້ວຍການປ້ອງກັນຊັ້ນ ozone ເພື່ອຄຸ້ມຄອງບັນດາທາດໄດ້ຮັບການຄວບຄຸມຢ່າງມີປະສິດທິຜົນກ່ວາອີກ, ລະອຽດແມ່ນໄດ້ຫັນເນື້ອໃນເປັນກົດໝາຍ ໃນກົດໝາຍວ່າດ້ວຍການປ້ອງກັນສິ່ງແວດລ້ອມ 2020 ແລະ ບັນດາເອກະສານຂໍ້ກຳນົດລະອຽດໃນການປະຕິບັດກົດໝາຍ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ ຫວຽດນາມຄຸ້ມຄອງຢ່າງມີປະສິດທິຜົນ ແລະ ຄົບຊຸດ, ຕິດພັນກັບການປ້ອງກັນຊັ້ນ ozone ດ້ວຍບັນດາບຸລິມະສິດແຫ່ງຊາດອື່ນໆຄືການຄຸ້ມຄອງການປ່ອຍທາດພິດເຮືອນແກ້ວ, ປະຕິບັດເປົ້າໝາຍຫັນເປັນສີຂຽວ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top