• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ປັບ​ປຸງ​ຖາ​ນະ​ບົດ​ບາດ​ແຜ່​ກະ​ຈາຍ​ຜົນ​ສະ​ທ້ອນ​ໃນ​ອາ​ຊຽນ

ຜ່ານ30 ປີແຫ່ງການຮ່ວມເດີນທາງພ້ອມກັບອາຊຽນ, ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນເຂົ້າວຽກງານປັບປຸງຄວາມສາມັກຄີພາຍໃນກຸ່ມ, ສ້າງປະຊາຄົມອາຊຽນ ທີ່ໝັ້ນຄົງເຂັ້ມແຂງເທົ່ານັ້ນຫາກຍັງປະກອບສ່ວນຍົກສູງຖານະບົດບາດຂອງປະເທດຊາດບົນເວທີສາກົນ.
ທ່ານເລຂາທິການໃຫຍ່ ໂຕເລິມເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມອາຊຽນ (ພາບ: TTXVN)

ນີ້ແມ່ນການຢັ້ງຢືນຂອງວົງການນັກຊ່ຽວຊານ ອິນໂດເນເຊຍ ກ່ຽວກັບເສັນ້ທາງ 30 ປີແຫ່ງການຫວຽດນາມ ເຂົ້າຮ່ວມ ອາຊຽນ. ຕາມທ່ານນາງ Dinna Prapto Raharja ແລ້ວ, ນັກຊ່ຽວຊານຄົ້ນຄ້ວາຂຶ້ນກັບສະຖາບັນຄົ້ນຄ້ວານະໂຍບາຍ Synergy  ຂອງ ອິນໂດເນເຊຍແລ້ວ, ເລື່ອງ ຫວຽດນາມ ເຂົ້າຮ່ວມ ອາຊຽນ ເມື່ອປີ 1995 ໄດ້ປັບປຸງຖານະພູມີສາດການເມືອງຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ຕໍ່ການປະຕິບັດການປະຕິຮູບ, ອາດສາມາດແມ່ນຮູບແບບໃນອາຊຽນ.

ໃນຂະນະນັ້ນ, ທ່ານ Beni Sukadis ຜູ້ປະສານງານຂັ້ນສູງຂອງ ສະຖາບັນຄົ້ນຄ້ວາການປ້ອງກັນຊາດ ແລະ ຍຸດທະສາດ ອິນໂດເນເຊຍ(Lesperssi)  ຖືວ່າ ຫວຽດນາມ ດ້ວຍຄວາມໄວໃນການພັດທະນາ ແລະ ນະໂຍບາຍເສດຖະກິດໄດ້, ປະກອບສ່ວນຊຸກຍູ້ອາຊຽນ ກາຍເປັນຕະຫຼາດເຊື່ອມໂຍງກ່ວາ, ພິເສດໃນການປະເສີນໜ້າກັບຕະຫຼາດເສລີໃນອາຊຽນ.

ວົງການນັກຊ່ຽວຊານ ອິນໂດເນເຊຍ ໃຫ້ຂໍ້ສັງເກດວ່າ ຮອດປີ 2045, ຫວຽດນາມ ຈະກາຍເປັນໜຶ່ງໃນບັນດາກຳລັງໜູນຊຸກຍູ້ ອາຊຽນຮັກສາບົດບາດເປັນໃຈກາງໃນໂຄງປະກອບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ສືບຕໍ່ປະກອບສ່ວນໃຫ້ແກ່ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອມໂຍງ ແລະ ຖືປະຊາຊົນເປັນໃຈກາງ.

(ແຫຼ່ງຄັດຈາກ VOV)

ຮັບ​ປະ​ກັນ​ເງື່ອ​ນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ກ້ອນ​ກຳ​ລັງ​ບັນ​ດາ​ປະ​ເທດ​ທີ່ເຂົ້າ​ຮ່ວມ​ພິ​ທີ​ເດີນ​ຂະ​ບວນສວນ​ສະ​ໜາມ​ຢູ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນການ​ປະ​ຕິ​ວັດ ເດືອນ​ສິງ​ຫາ ແລະ ວັນ​ຊາດ ວັນ​ທີ 2 ກັນ​ຍາ

ຮັບ​ປະ​ກັນ​ເງື່ອ​ນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ກ້ອນ​ກຳ​ລັງ​ບັນ​ດາ​ປະ​ເທດ​ທີ່ເຂົ້າ​ຮ່ວມ​ພິ​ທີ​ເດີນ​ຂະ​ບວນສວນ​ສະ​ໜາມ​ຢູ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນການ​ປະ​ຕິ​ວັດ ເດືອນ​ສິງ​ຫາ ແລະ ວັນ​ຊາດ ວັນ​ທີ 2 ກັນ​ຍາ

ນີ້ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຂອງເພື່ອນມິດສາກົນ, ປະຊາຊົນທີ່ກ້າວໜ້າໃນທົ່ວໂລກ, ປັດໄຈສຳຄັນທີ່ສ້າງເປັນຜົນສຳເລັດຂອງການປະຕິວັດເດືອນສິງຫາໃນເມື່ອກ່ອນ ແລະ ຫວຽດນາມ ໃນປັດຈຸບັນ.

Top