• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ກ​ຳ​ນົດ​​ທີ່​ຕັ້ງເປັນ​ສູນກາງ​ເສດ​ຖະ​ກິດສຳ​ຄັນຂອງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງຈຸດເດັ່ນກ່ຽວກັບການເຕີບໂຕຂອງພາກພື້ນ ຍ້ອນມີການປະຕິຮູບອຸດສາຫະກຳ, ການເພີ່ມລະດັບຄວາມໄວໃນການລົງທຶນພື້ນຖານໂຄງລ່າງ ແລະ ເດີນຕາມຮູບແບບພັດທະນາແບບຍືນຍົງ.
ພາບໜ້າຈໍບົດຂຽນໄດ້ເອົາລົງໃນໜັງສືພິມ The Nation

ໜັງສືພິມ The Nation (ໄທ) ສະບັບອອກວັນທີ 28 ທັນວາ ໄດ້ລົງບົດຂຽນ “Vietnam positions itself as a key Southeast Asian economic hub” (ຫວຽດນາມ ກຳນົດທີ່ຕັ້ງເປັນສູນກາງເສດຖະກິດສຳຄັນຂອງ ອາຊີຕາເວັນອອກສ່ຽງໃຕ້), ໂດຍໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງຈຸດເດັ່ນກ່ຽວກັບການເຕີບໂຕຂອງພາກພື້ນ ຍ້ອນມີການປະຕິຮູບອຸດສາຫະກຳ, ການເພີ່ມລະດັບຄວາມໄວໃນການລົງທຶນພື້ນຖານໂຄງລ່າງ ແລະ ເດີນຕາມຮູບແບບພັດທະນາແບບຍືນຍົງ. ຕາມບົດຂຽນແລ້ວ, ປັດຈຸບັນນີ້ ຫວຽດນາມ ນອນໃນກຸ່ມບັນດາພື້ນຖານເສດຖະກິດທີ່ມີລະດັບເຕີບໂຕໄວທີ່ສຸດໃນ ອາຊຽນ. ບົດຂຽນໄດ້ຄັດສະເໜີຂໍ້ມູນຈາກຫ້ອງການຄ້າ ແລະ ອຸດສາຫະກຳ ໄທ ປະຈຳ ຫວຽດນາມ, ຍອດຜະລິດຕະພັນພາຍໃນປະເທດ (GDP)  9 ເດືອນຕົ້ນປີ 2025, ເພີ່ມຂຶ້ນ 7,85%, ສະແດງໃຫ້ເຫັນທ່ວງທ່າຟື້ນຟູແບບຍືນຍົງໃນສະພາບການເສດຖະກິດພາກພື້ນພວມຢຸດໄວ້. ບົດຂຽນຍັງຄາດຄະເນວ່າ ຫວຽດນາມ ຈະສືບຕໍ່ນອນໃນກຸ່ມບັນດາພື້ນຖານເສດຖະກິດເຕີບໂຕໄວສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ໃນ 5 ປີຈະມາເຖິງ. ຫວຽດນາມ ວາງເປົ້າໝາຍການເຕີບໂຕ GDP ສະເລ່ຍບັນລຸ 10% ຕໍ່ປີ ໃນໄລຍະ 2026 – 2030, ມຸ່ງໄປເຖິງກາຍເປັນປະເທດມີລາຍຮັບສູງໃນປີ 2045. GDP ສະເລ່ຍຕໍ່ຫົວຄົນຂອງ ຫວຽດນາມ ຄາດວ່າຈະ ເພີ່ມຂຶ້ນຈາກລະດັບເກືອບ 5.000 USD ໃນປີ 2024 ຂຶ້ນເປັນ 8.500 USD ໃນປີ 2030.

ໜັງສືພິມ The Nation ໃຫ້ຂໍ້ສັງເກດວ່າ ດ້ວຍຈຳນວນປະຊາກອນຫຼາຍ, ຄວາມຕ້ອງການພາຍໃນປະເທດເພີ່ມຂຶ້ນຢ່າງວ່ອງໄວ, ການປະຕິຮູບລະບຽບການບໍລິຫານໄດ້ຮັບການຊຸກຍູ້ຢ່າງເລິກເຊິ່ງກວ້າງຂວາງ ແລະ ກະແສທຶນ FDI ຮັກສາໄວ້ຢ່າງຕັ້ງໜ້າ, ຫວຽດນາມ ພວມນັບມື້ນັບພົ້ນເດັ່ນຂຶ້ນຄືດັ່ງສູນກາງເສດຖະກິດທີ່ຂະຫຍັນຂັນເຄື່ອນຂອງ ອາຊີຕາເວັນອອກສ່ຽງໃຕ້.

(ແຫຼ່ງຄັດຈາກ VOV)


Top