• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics
ທີ່ການຕ້ອນຮັບ (ພາບ: TTXVN)

ຕອນບ່າຍວັນທີ 03 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Ioannis Plakiotakis, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ເກຼັກ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 28 ກຸມພາ - 05 ມີນາ 2026.

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics, ຕໍ່ກຳປັ່ນ, ພະລັງງານຜະລິດຄືນໃໝ່, ກະສິກຳ, ການທ່ອງທ່ຽວ, ຄົ້ນຄວ້າຊຸກຍູ້ເລື່ອງເປີດສາຍການບິນໂດຍກົງ, ສ້າງຄວາມສະດວກໃຫ້ປະຊາຄົມວິສາຫະກິດ 2 ປະເທດຮ່ວມມືຢ່າງຍາວນານ, ສືບຕໍ່ສະໜັບສະໜູນ, ຂົນຂວາຍບັນດາປະເທດ ເອີລົບ (ອີຢູ) ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ…

ສ່ວນທ່ານ Ioannis Plakiotakis, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ເກຼັກ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນຂອງ ເກຼັກ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາດຖະໜາວ່າ ອີຢູ ຈະຍົກເລີກບັດເຫຼືອງ IUU ໃຫ້ແກ່ ຫວຽດນາມ ໂດຍໄວ.

(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ ຮັບປະກັນໂຄງປະກອບພາກສ່ວນເຂົ້າຮ່ວມການເລືອກຕັ້ງຢ່າງແໜ້ນແຟ້ນ

ຮ່າໂນ້ຍ ຮັບປະກັນໂຄງປະກອບພາກສ່ວນເຂົ້າຮ່ວມການເລືອກຕັ້ງຢ່າງແໜ້ນແຟ້ນ

ເລື່ອງຮັບປະກັນອັດຕາທີ່ເໝາະສົມລະຫວ່າງຜູ້ແທນເພດຍິງ, ຜູ້ແທນໜຸ່ມ, ຜູ້ທີ່ບໍ່ແມ່ນສະມາຊິກພັກ, ຜູ້ສະໝັກຮັບເລືອກຕັ້ງຄືນໃໝ່… ໄດ້ຮັບການຄິດໄລ່ຢ່າງລະອຽດລະອໍ.

Top