• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກກ່ຽວກັບອາກາດ, ສິ່ງແວດລ້ອມ

ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ມີບົດຄຳເຫັນສຳຄັນ, ຢັ້ງຢືນຄວາມຕັດສິນໃຈ, ຄຳໝັ້ນສັນຍາ, ຄວາມຮັບຜິດຊອບຂອງ ຫວຽດນາມ.
  ທ່ານ ຫງວຽນຄັກດິ້ງ, ຮອງປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ກ່ຽວກັບຊີວະນາໆພັນ   

ຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫງວຽນຄັກດິ້ງຮອງປະທານສະພາແຫ່ງຊາດປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ ລັດເຊຍ  ນຳໜ້າເຂົ້າຮ່ວມກອງປະຊຸມໃຫຍ່ຊີວະພາບສາກົນ Nevsky  ຄັ້ງທີ 10 ຢູ່ນະຄອນ Saint Peterburg, ສະຫະພັນລັດເຊຍແຕ່ວັນທີ 24  27 ພຶດສະພາ.

ວັນທີ 26 ພຶດສະພາ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ມີບົດຄຳເຫັນສຳຄັນ, ຢັ້ງຢືນຄວາມຕັດສິນໃຈ, ຄຳໝັ້ນສັນຍາ, ຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນສາກົນແກ້ໄຂບັນດາສິ່ງທ້າທາຍຮ້າຍແຮງທົ່ວໂລກ ກ່ຽວຂ້ອງເຖິງດິນຟ້າອາກາດ, ສິ່ງແວດລ້ອມ, ສະພາບຫລຸດລົງຂອງລະບົບຊີວະພາບ. ທ່ານຮອງປະທານສະພາແຫ່ງຊາດ ສະເໜີໃຫ້ບັນດາລັດຖະສະພາເພີ່ມທະວີການກວດກາ ແລະ ສ້າງສຳເລັດກອບກົດໝາຍແຫ່ງຊາດ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການກໍໍ່ສ້າງ ແລະ ປະຕິບັດບັນດານະໂຍບາຍຫັນປ່ຽນພື້ນຖານເສດຖະກິດຕາມທິດເສດຖະກິດສີຂຽວ, ເສດຖະກິດໝູນວຽນ; ຖືການຫັນປ່ຽນຮູບແບບການພັດທະນາແມ່ນພື້ນຖານ, ຮັບປະກັນເລື່ອງປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງບັນດາປະເທດ, ຫລຸດຜ່ອນອາຍພິດເຮືອນແກ້ວ ແລະ ມຸ່ງໄປເຖິງເປົ້າໝາຍຫລຸດອາຍພິດລົງລະດັບ 0, ເໝາະສົມກັບກຳລັງຄວາມສາມາດ, ລະດັບການພັດທະນາຂອງແຕ່ລະປະເທດ.

ຢູ່ນອກກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໄດ້ພົບປະກັບທ່ານນາງ Valentina Matviyenko, ປະທານສະພາສະຫະພັນລັດເຊຍ; ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ນະຄອນ Saint Petersburg.

 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top