ໃນສະພາບບັນດານະໂຍບາຍອາລັກຂາດ້ານການຄ້າ ແລະ ຮົ້ວກີດຂວາງດ້ານພາສີອາກອນປະຈຸບັນໃນໂລກເພີ່ມຂຶ້ນນັ້ນ, ບັນດາປະເທດ ອາຊຽນ ຕ້ອງອີງໃສ່ກັນຍິ່ງກວ່າເວລາໃດໝົດ.
ໃນສະພາບຂາດຄວາມສະຖຽນລະພາບ ແລະ ຜັນແຜດ້ານການເມືອງໃນທົ່ວໂລກຄືໃນປະຈຸບັນ, ເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືແບບຍືນຍົງລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ມີຄວາມສຳຄັນຍິ່ງກວ່າເວລາໃດໝົດ ໃນການຊຸກຍູ້ຄວາມສາມາດຟື້ນຟູ ແລະ ການເຕີບໂຕເສດຖະກິດ. ນີ້ແມ່ນສານຕົ້ນຕໍຊອງ “ເວທີປາໄສຄວາມສາມາດຟື້ນຟູ ແລະ ການພົວພັນຄູ່ຮ່ວມມື: ກຳນົດທິດການເຕີບໂຕຢູ່ພາກພື້ນໃນສະພາບຂາດຄວາມສະຖຽນລະພາບໃນທົ່ວໂລກ”, ຈັດຂຶ້ນໃນວັນທີ 01 ສິງຫາ, ຢູ່ ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ.
ເວທີປາໄສໂດຍສະມາຄົມມິດຕະພາບ ອິນໂດເນເຊຍ - ຫວຽດນາມ ຈັດຂຶ້ນ, ໂດຍມີການເຂົ້າຮ່ວມຂອງເຈົ້າໜ້າທີ່ລັດຖະບານ ຫວຽດນາມ, ອິນໂດເນເຊຍ, ການນຳວິສາຫະກິດ ແລະ ຄູ່ຄ້າພາກເອກະຊົນ, ກໍຄືບັນດານັກຮຽນຮູ້ ແລະ ນັກຊ່ຽວຊານຢູ່ພາກພື້ນຫຼາຍທ່ານ.
ປຶກສາຫາລືຢູ່ເວທີປາໄສ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Armanatha Christiawan Nasir, ຖືວ່າ ໃນສະພາບບັນດານະໂຍບາຍອາລັກຂາດ້ານການຄ້າ ແລະ ຮົ້ວກີດຂວາງດ້ານພາສີອາກອນປະຈຸບັນໃນໂລກເພີ່ມຂຶ້ນນັ້ນ, ບັນດາປະເທດ ອາຊຽນ ຕ້ອງອີງໃສ່ກັນຍິ່ງກວ່າເວລາໃດໝົດ. ດ້ວຍບົດບາດແມ່ນສະມາຊິກສຳຄັນໃນ ອາຊຽນ, ການຮ່ວມມື ຫວຽດນາມ - ອິນໂດເນເຊຍ ອາດຈະສ້າງເປັນກຳລັງໜູນໃໝ່ຫຼາຍຢ່າງໃຫ້ແກ່ພາກພື້ນ
(ແຫຼ່ງຄັດຈາກ VOV)