• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໜີ G20 ນຳໜ້າໃນການສ້າງຊຸດມາດຕະຖານການຄຸ້ມຄອງ AI ຢ່າງສະເໝີພາບ, ໂປ່ງໃສ, ກວມລວມ

ສ້າງການພົວພັນຄູ່ຮ່ວມມືດ້ານຊັບພະຍາກອນແຮ່ທາດຍຸດທະສາດຢ່າງຍຸຕິທຳ, ສະເໝີພາບ, ສະຖຽນລະພາບ, ໂປ່ງໃສ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ”.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: VGP)

ວັນທີ 23 ພະຈິກ, ຢູ່ນະຄອນ Johannesburg, ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມວາລະປຶກສາຫາລືທີ 3 ຂອງກອງປະຊຸມສຸດຍອດ G20 ດ້ວຍຫົວຂໍ້ “ອະນາຄົດສະເໝີພາບ ແລະ ຍຸຕິທຳໃຫ້ທຸກໆຄົນ”, ໂດຍທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa, ປະທານ G20 ປີ 2025, ເປັນປະທານ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແບ່ງປັນບຸລິມະສິດຍຸດທະສາດ ສ້າງການພົວພັນຄູ່ຮ່ວມມືດ້ານຊັບພະຍາກອນແຮ່ທາດຍຸດທະສາດຢ່າງຍຸຕິທຳ, ສະເໝີພາບ, ສະຖຽນລະພາບ, ໂປ່ງໃສ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ”; ສ້າງບາດກ້າວບຸກທະລຸກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ຕິດພັນກັບການພັດທະນາຕະຫຼາດວຽກເຮັດງານທຳທັນສະໄໝ, ມີປະສິດຜົນ, ຍືນຍົງ; ສ້າງ ແລະ ພັດທະນາລະບົບນິເວດປັນຍາປະດິດເພື່ອມະນຸດ ແຕ່ບໍ່ອາດປ່ຽນແທນມະນຸດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ G20 ນຳໜ້າໃນການສ້າງຊຸດມາດຕະຖານຄຸ້ມຄອງ AI ຢ່າງສະເໝີພາບ, ໂປ່ງໃສ, ກວມລວມ ແລະ ມະນຸດສະທຳ, ຖືມະນຸດເປັນໃຈກາງ; ໜູນຊ່ວຍບັນດາປະເທດພັດທະນາສ້າງພື້ນຖານໂຄງລ່າງດີຈີຕອນ, ຖານຂໍ້ມູນ, ລະບົບນິເວດເຕັກໂນໂລຊີ, ຄຸ້ມຄອງ ແລະ ຂຸດຄົ້ນປັນຍາປະດິດ ເພື່ອການພັດທະນາປອດໄພ, ກວມລວມ ແລະ ຍືນຍົງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຖື EU ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ - ອາ​ຊຽນ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມືສຳ​ຄັນ

ຫວຽດ​ນາມ ຖື EU ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ - ອາ​ຊຽນ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມືສຳ​ຄັນ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງແທ້ຈິງ ແລະ ມີປະສິດທິຜົນຂອງສະພາດຳເນີນທຸລະກິດເອີລົບ - ອາຊຽນ ແລະ ສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ ເຂົ້າການພັດທະນາການພົວພັນ ຫວຽດນາມ - ສະຫະພາບ ເອີລົບ (EU) ແລະ ອາຊຽນ - EU.

Top