ດ້ວຍເກືອບ 70 ການເຄື່ອນໄຫວ, ການໄປປະຕິບັດງານແກ່ຍາວເປັນເວລາ 9 ວັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຊຸກຍູ້ການຮ່ວມມືໃນທັງດ້ານ 2 ຝ່າຍ ແລະ ຫຼາຍຝ່າຍ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບການນຳ ຄູເວດ ໄດ້ອອກຖະແຫຼງການຮ່ວມ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ)
ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ຄູເວດ, ປະຊາທິປະໄຕປະຊາຊົນ ສ.ອານເຊຣີ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ G20 ປີ 2025 ແລະ ບັນດາການເຄື່ອນໄຫວ 2 ຝ່າຍຢູ່ ອາຟະລິກາ. ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີບັນລຸໝາກຜົນພົ້ນເດັນຫຼາຍຢ່າງ, ຍົກລະດັບການພົວພັນກັບ 3 ປະເທດແມ່ນ ຄູເວດ, ອານເຊຣີ ແລະ ອາຟະລິກາໃຕ້, ຢືນຢັນບົດບາດ ແລະ ສຽງເວົ້າຂອງ ຫວຽດນາມ ຢູ່ທີ່ G20, ຍົກໃຫ້ເຫັນສານທີ່ພົ້ນເດັນຂອງ ຫວຽດນາມ ທີ່ວ່າ ຫວຽດນາມ ພ້ອມແລ້ວຈະຮ່ວມມືກັນຢ່າງຕັ້ງໜ້າ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດ.
ດ້ວຍເກືອບ 70 ການເຄື່ອນໄຫວ, ການໄປປະຕິບັດງານແກ່ຍາວເປັນເວລາ 9 ວັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຊຸກຍູ້ການຮ່ວມມືໃນທັງດ້ານ 2 ຝ່າຍ ແລະ ຫຼາຍຝ່າຍ.
ສຽງເວົ້າຂອງບັນດາປະເທດພວມພັດທະນາ
ໝາກຜົນສຳຄັນພິເສດຂອງການຢ້ຽມຢາມ ແລະ ເຮັດວຽກຂອງທ່ານນາຍົກລັດຖະມົນຕີ ແມ່ນບັນດາການປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າຂອງຄະນະຜູ້ແທນ ຫວຽດນາມ ເຂົ້າໃນກອງປະຊຸມສຸດຍອດ G20.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມີ 2 ບົດກ່າວຄຳເຫັນສຳຄັນ ເຕື້ອງເຖິງບັນດາຂົງເຂດໃຫຍ່ເຊິ່ງ G20 ພວມມີຄວາມສົນໃຈໃນສະພາບການປະຈຸບັນ. ທ່ານນາຍົກລັດຖະມົນຕີໄດ້ສະເໜີບັນດາມາດຕະການແນໃສ່ຊຸກຍູ້ການເຕີບໂຕ, ໃນນັ້ນ ເນັ້ນໜັກວ່າ G20 ຕ້ອງນຳໜ້າໃນການສ້າງກົນໄກການຮ່ວມມືສາກົນເຄົາລົບເຊິ່ງກັນແລະກັນ, ຊອກຫາມາດຕະການແກ້ໄຂໃຫ້ແກ່ບັນດາການປະທະກັນ, ສ້າງສະພາບແວດລ້ອມແຫ່ງຄວາມສະດວກແກ່ການພັດທະນາ.
ຄຳກ່າວປາໃສຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຮັບຄວາມຊົມເຊີຍ ແລະ ສະແດງຄວາມເຫັນດີເຫັນພ້ອມ, ຕີລາຄາສູງຈາກຫຼາຍປະເທດ. ທ່ານ ເລຮ່ວາຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
“ຫຼາຍປະເທດຖືສານຂອງ ຫວຽດນາມ ເປັນສຳຄັນຍ້ອນວ່າ ຫວຽດນາມ ແມ່ນປະເທດບັນລຸຜົນງານໃນການພັດທະນາຢ່າງຮອບດ້ານ, ຍືນຍົງ, ການສ້າງວຽກເຮັດງານທຳ, ຄວາມສາມາດບົ່ມຊ້ອນກ່ຽວຂ້ອງເຖິງແຮ່ທາດ, ດິນຫາຍາກ. ຫວຽດນາມ ມີບົດບາດ, ທີ່ຕັ້ງ ແລະ ບັນດາມາດຕະການທີ່ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີແນະທີ່ G20 ໃນສະພາບການປະຕຸບັນ ແມ່ນ ເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ປັບປຸງບັນດາກົນໄກທີ່ມີຢູ່ແລ້ວ, ມາດຕະການປະຕິຮູບຮັບປະກັນໃຫ້ແກ່ສັນຕິພາບ, ການພັດທະນາແບບຍືນຍົງ”.
ທ່ານນາຍົກລັດຖະມົນຕີໄດ້ພົບປະ, ແລກປ່ຽນກັບການນຳ 30 ປະເທດ, ອົງການຈັດຕັ້ງສາກົນຢູ່ນອກກອງປະຊຸມ G20 ກ່ຽວກັບທິດທາງ, ສະພາບການພັດທະນາໃນປະຈຸບັນຂອງ ຫວຽດນາມ, ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ແລະ ໝາກຜົນທີ່ບັນລຸໄດ້ກ່ຽວກັບການສ້າງລະບອບລະບຽບການໃຫ້ສົມບູນແບບ.
ຫວຽດນາມ ກາຍເປັນຄູ່ຮ່ວມມືຍຸດທະສາດບຸລິມະສິດຂອງ 3 ປະເທດ
ໃນການພົວພັນ 2 ຝ່າຍ, ຈຸດພົ້ນເດັນໃນການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ແມ່ນເລື່ອງ ຫວຽດນາມ ໄດ້ພ້ອມກັນຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດກັບ 3 ປະເທດ ຄູເວດ, ອາເຊຣີ ແລະ ອາຟະລິກາໃຕ້, ກາຍເປັນ 3 ຄູ່ຮ່ວມມືຍຸດທະສາດທຳອິດຂອງ ຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ - ອາຟະລິກາ.
ຢູ່ ຄູເວດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບການນຳ ຄູເວດ ໄດ້ອອກຖະແຫຼງການຮ່ວມ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນ ເນັ້ນໜັກເຖິງຂົງເຂດພະລັງງານແມ່ນຂົງເຂດຮ່ວມມືຍຸດທະສາດ. ທ່ານ Tariq Suleiman Al-Roumi, ລັດຖະມົນຕີກະຊວງນ້ຳມັນ ຄູເວດ, ຢືນຢັນວ່າ:
“ກະຊວງນ້ຳມັນ ຄູເວດ ຈະພ້ອມກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ປຶກສາຫາລື, ຫັນໂຄງການກະທຳຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຄູເວດ ເປັນລະອຽດ ແລະ ບັນລຸປະສິດທິຜົນ. ໃນໄລຍະຈະມາເຖິງ, ດ້ວຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ, ການພົວພັນດ້ານເສດຖະກິດ, ການຄ້າດ ການລົງທຶນ ຫວຽດນາມ - ຄູເວດ ໃໝ່, ໂດຍສະເພາະແມ່ນຂົງເຂດພະລັງງານ, ຈະມີບາດກ້າວພັດທະນາຢ່າງແຮງ.”
ຢູ່ ອານເຊຣີ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອາເຊຣີ ທີ່ໄດ້ສ້າງຕັ້ງຂຶ້ນນັ້ນ ໄດ້ເປີດຂົງເຂດການຮ່ວມມືທີ່ໃຫຍ່ຫຼວງໃນທຸກຂົງເຂດ. ທ່ານ Sifi Ghrieb, ນາຍົກລັດຖະມົນຕີ ອາເຊຣີ ຕີລາຄາວ່າ:
“ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແມ່ນເພື່ອສ້າງກອບນິຕິກຳໃນການພົວພັນລະຫວ່າງ 2 ປະເທດໃຫ້ສົມບູນແບບ, ດ້ວຍເລື່ອງລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບ ໃນຂົງເຂດການຄ້າ, ເຮືອນຢູ່, ການເງິນ… ອີກຄັ້ງໜຶ່ງບັນດາການແລກປ່ຽນໄດ້ຢືນຢັນຂອບຂະໜາດສຳຄັນຂອງການພົວພັນ 2 ຝ່າຍ ແລະ ປັບປຸງນ້ຳໃຈສາມັກຄີລະຫວ່າງ 2 ປະເທດ, ປະຊາຊົນ 2 ປະເທດໃນການຮັບມືກັບຄວາມສ່ຽງດ້ານຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່”.
ໃນຂະນະນັ້ນ, ຢູ່ ອາຟະລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານາທິບໍດີ ອາຟະລິກາໃຕ້ Ciryl Ramaphosa ໄດ້ຖະແຫຼງຢ່າງເປັນທາງການ ຍົກລະດັບການພົວພັນ ຫວຽດນາມ - ອາຟະລິກາໃຕ້ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ກາຍເປັນແບບຢ່າງຂອງການຮ່ວມມືລະຫວ່າງບັນດາປະເທດທິດໃຕ້. 2 ຝ່າຍກໍ່ຢືນຢັນຄຳໝັ້ນສັນຍາ ສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເປັນ 4- 5 ຕື້ USD ໃນຮອບເວລາ 2-3 ປີຈະມາເຖິງ.
ບັນດາໝາກຜົນຂອງການຢ້ຽມຢາມ ແລະ ເຮັດວຽກຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ມີຄວາມໝາຍສຳຄັນ, ແມ່ນໂອກາດເພື່ອໃຫ້ ຫວຽດນາມ ສືບຕໍ່ປະຕິບັດຄວາມຕັດສິນໃຈຫັນຄວາມຄາດຫວັງພັດທະນາຂອງຊາດ, ດຶງດູດແຫຼ່ງກຳລັງສາກົນຢ່າງສຸດຂີດ ຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາຂອງປະເທດຊາດໃນທົດສະວັດໃໝ່.