• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຫວຽດນາມ ພະຍາຍາມຟື້ນຟູເສດຖະກິດພາຍຫຼັງໂຄວິດ-19

ເມື່ອບໍ່ດົນມານີ້, ກົມການເມືອງ, ຄະນະເລຂາ ແລະ ລັດຖະບານ ໄດ້ປະກາດໃຊ້ຢ່າງທັນການ ບັນດາມະຕິຕົກລົງ ແນໃສ່ປົກປ້ອງ ສຸຂະພາບ ຂອງປະຊາຊົນ, ສະຖຽນລະພາບທາງສັງຄົມ, ຫຼຸດ ຜ່ອນຜົນເສຍຫາຍ ຕໍ່ພື້ນຖານເສດຖະກິດ​, ສ້າງເງື່ອນໄຂໃນການ ຮັກສາ ແລະ ຟື້ນຟູການຜະລິດ ແລະ ດໍາເນີນທຸລະກິດໂດຍໄວ, ນໍາໃຊ້ກາລະໂອກາດ ພາຍຫຼັງການແຜ່ລະບາດ ເພື່ອຟື້ນຟູພື້ນ ຖານ ເສດຖະກິດ ແລະ ພັດທະນາໂດຍໄວ, ໝັ້ງຄົງ. 
ທ່ານ ຫງວຽນຈີ໋ຢຸງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ ຜົນກະທົບຂອງການແຜ່ລະບາດ COVID-19 ພ້ອມ ກັບສະພາບເສດຖະກິດ ທີ່ທົດຖອຍແຕ່ປີ 2019 ໄດ້ສົ່ງຜົນສະ ທ້ອນຢ່າງຮອບດ້ານ ໃຫ້ແກ່ບັນດາຂົງເຂດເສດຖະກິດ, ສັງຄົມຂອງ ບັນດາປະເທດໃນໂລກ. ສຳລັບ ຫວຽດນາມ, ຜົນກະທົບຂອງການແຜ່ລະບາດ ແມ່ນສຸດທີ່ຮ້າຍແຮງ. ຕາມການປະເມີນ, ຕົວເລກ ຈີດີພີ ຂອງ ໄຕມາດ I ເພີ່ມຂຶ້ນ 3,82% ເມື່ອທຽບກັບ ໄລຍະດຽວກັນຂອງປີຜ່ານມາ, ຕໍ່າທີ່ສຸດ ຕັ້ງແຕ່ປີ 2011 ມານີ້. 

ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ ຄຳສັ່ງເລກທີ 11/CT-TTg ເມື່ອວັນທີ 4 ມີນາ 2020, ໃຫ້ບັນດາກະຊວງ, ຂະແໜງການຜັນຂະຫຍາຍບັນດາວິທີແກ້ໄຂຢ່າງທັນການຄື: ຫຼຸດອັດຕາ ດອກ ເບ້ຍ, ປັບໂຄງສ້າງໜີ້, ຍົກເວັ້ນ ແລະ ຫຼຸດຜ່ອນຄ່າທໍານຽມ ບໍລິ ການ, ຈັດຕັ້ງປະຕິບັດບັນດາໂຄງການສິນເຊື່ອພິເສດ; ຂະຫຍາຍ, ແກ່ຍາວ ເງິນ ທ່ີວິສາຫະກິດຕ້ອງຈ່າຍ ກ່ຽວກັບພາສີ, ຄ່າເຊົ່າທີ່ ດິນ; ຫຼຸດຄ່ານຳໃຊ້ໄຟຟ້າ, ຄ່ານໍ້າມັນ, ຄ່າບໍລິການ... ລວມມູນຄ່າ ເກືອບ 22 ຕື້ໂດລາສະຫະລັດ. 
ໃນສະພາບການດັ່ງກ່າວ, ລັດຖະບານໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນເປັນຜູ້ຮັບຜິດຊອບ, ສົມທົບກັບບັນດາ ກະ ຊວງ, ຂະແໜງການ ທີ່ກ່ຽວຂ້ອງ ເພື່ອສ້າງຮ່າງມະຕິຕົກລົງສະ ເພາະ ຂອງລັດຖະບານ ກ່ຽວກັບໜ້າທີ່, ວິທີແກ້ໄຂ ຄວາມຫຍຸ້ງ ຍາກ ໃຫ້ແກ່ການຜະລິດ, ເຮັດທຸລະກິດ, ຊຸກຍູ້ການປ່ອຍສິນເຊື່ອຂອງ ລັດ ໃນສະພາບ ຂອງການແຜ່ລະບາດ COVID-19.

ກ່ຽວກັບແຜນການຟື້ນຟູເສດຖະກິດ ພາຍຫຼັງການແຜ່ລະບາດ, ທ່ານ ຫງວຽນຈີ໋ຢຸງ ກ່າວວ່າ ການແຜ່ລະບາດ COVID-19 ສ້າງ ຄວາມຫຍຸ້ງຍາກຫຼາຍຢ່າງ, ເຮັດໃຫ້ບັນດາ ພື້ນຖານເສດຖະກິດ ໂລກ ເສຍຫາຍຢ່າງໜັກໜ່ວງ, ແຕ່ຍັງເປັນໂອກາດ ຂອງ ບັນດາ ພື້ນຖານເສດຖະກິດ ທີ່ຮູ້ໃຊ້ໂອກາດ, ດັດແກ້, ຈັດຕັ້ງເສດຖະກິດ ແລະ ການຄ້າຄືນໃໝ່ ພາຍຫຼັງການແຜ່ລະບາດ. 


ດ້ວຍການເປັນເຈົ້າການ ໃນການສະສົມແຫຼ່ງວັດຖຸດິບແຕ່ທ້າຍປີ 2019, ສະນັ້ນ ການເຄື່ອນໄຫວຜະລິດຂອງບັນດາ
ວິສາຫະກິດຢູ່ແຂວງ ຫວີງຟູກ ຍັງບໍ່ທັນໄດ້ຮັບຜົນກະທົບຈາກ ການແຜ່ລະບາດ ໂຄວິດ-19. ພາບ: ຮວ່າງຮຸ່ງ/VNA



ຂັ້ນຕອນການຜະລິດທີ່ໂຮງງານປຸງແຕ່ງສິນໃນນໍ້າແຫ່ງ ໜຶ່ງຂອງແຂວງ ດົ່ງຖາບ ໃນໄລຍະເກີດການແຜ່ລະບາດໂຄ ວິດ-19. ພາບ: ເຈືອງດ່າຍ/VNA


ເຖິງວ່າ ໄດ້ຮັບຜົນສະທ້ອນຈາກການແຜ່ລະບາດ ໂຄວິດ-19 ຢ່າງໜັກໜ່ວງ, ແຕ່ລະດູການຜະລິດ ລະດູໜາວ ລະດູ ບານໃໝ່ 2019-2020 ຢູ່ຂົງເຂດທ່ົງພຽງແມ່ນຳ້ຂອງ ເກັບ ກ່ຽວ ເຂົ້າໄດ້ ປະມານ 7,3 ລ້ານໂຕນ, ສູງກວ່າເມື່ອທຽບ ກັບ ລະດູການຜະລິດຂອງປີກາຍ. ພາບ: VNA


ບັນດາບໍລິສັດຕັດຫຍິບ ສັງກັດກຸ່ມບໍລິສັດຕໍ່າແຜ່ນ ຕັດ ຫຍິບ ຫວຽດນາມ ຄື: ໄມ 10, ໄມຈຽນຖັ໋ງ, ໄມຖາຍຫງວຽນ ... ໄດ້ຫັນປ່ຽນຕ່ອງໂສ້ການຜະລິດມາເປັນ ຕັດຫຍິບ ໂສ້ງ ເສື້ອ ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19 ຕາມການສັ່ງຊື້ສິນຄ້າຂອງກະຊວງສາທາລະນະສຸກ ເພື່ອ ສະໜອງ ອອກສູ່ຕະຫຼາດພາຍໃນ. ພາບ: ເຟືອງຮວາ/VNA


ຂົງເຂດຜະລິດຜັກປອດສານພິດຢູ່ຕາແສງ ຕ່ຽນອຽນ, ເມືອງ ຮວ່າຍດຶກ (ຮ່າໂນ້ຍ) ສະໜອງຜັກທຸກຊະນິດໄດ້ເກືອບ
20 ໂຕນໃຫ້ແກ່ລະບົບຫ້າງຊັບພະສິນຄ້າ, ຕະຫຼາດຂາຍສົ່ງຢູ່ພາຍໃນ ຮ່າໂຮ້ຍ, ຕອບສະໜອງໃຫ້ແກ່ຄວາມຕ້ອງການ
ຂອງຊາວນະຄອນຫຼວງ ໃນໄລຍະເກີດການແຜ່ລະບາດ ໂຄວິດ-19. ພາບ: ຫວູຊີງ/VNA



ພ້ອມກັບລູກຄ້າ ໃນໄລຍະຫຍຸ້ງຍາກ ຍ້ອນການແຜ່ລະ ບາດໂຄວິດ-19, ທະນາຄານການຄ້າຫຸ້ນສ່ວນ ຕ່ຽນຟອງ (TPBank) ໄດ້ສະເໜີ ຫຼາຍວິທີແກ້ໄຂຢ່າງທັນການ, ແນະ ນຳຢ່າງລະອຽດ, ໃນນັ້ນ ໄດ້ກຳນົດຢ່າງຈະແຈ້ງ ເປົ້າໝາຍ, ເງື່ອນໄຂຜູ້ທີ່ໄດ້ຮັບການຊ່ວຍເຫຼືອ. ພາບ: ເຈິ່ນວຽດ/VNA


ບໍລິສັດ BRG Retail (ກຸ່ມບໍລິສັດ BRG) ໄດ້ຊີ້ນໍາ ລະ ບົບຫ້າງຊັບພະສິນຄ້າ ແລະ ຮ້ານຂາຍເຄື່ອງ ລວມມີ: HaproMart, Hapro Food, FujiMart, Intimex... ເປັນ
ເຈົ້າການ ໃນການພົວພັນກັບຜູ້ສະໜອງ, ວິສາຫະກິດຜະລິດ ເພື່ອເພີ່ມປະລິມານສິນຄ້າຈຳເປັນ ທີ່ສະສົມຢູ່ໃນຫ້າງຊັບພະ ສິນຄ້າ ແຕ່ 300-500% ແລະ ເພີ່ມ 10 ເທົ່າຢູ່ໃນສາງ ໃຈ ກາງ ໃນໄລຍະ ສະກັດກັ້ນ ໂລກລະບາດ ໂຄວິດ-19. ພາບ: ເຈິ່ນວຽດ/VNA

ຫຼັງຈາກການແຜ່ລະບາດ COVID-19 ເກີດຂຶ້ນເມື່ອຕົ້ນປີ, ຫວຽດ ນາມ ໄດ້ເປັນເຈົ້າການເພີ່ມທະວີພົວພັນກັບປະຊາຄົມວິສາຫະກິດ ແລະ ນັກລົງທຶນຕ່າງປະເທດ, ຖື ຫວຽດນາມ ເປັນຈຸດນັດພົບແຫ່ງການລົງທຶນ, ເຮັດທຸລະກິດທ່ີປອດໄພ ແລະ ໝັ້ນຄົງ. 

ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ ມະຕິຕົກລົງຂອງ ລັດຖະບານກ່ຽວກັບບັນດາວິທີຊ່ວຍເຫຼືອປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກການລະບາດ. ມະຕິຕົກລົງຈະຊ່ວຍເຫຼືອປະຊາຊົນ ປະມານ 20 ລ້ານຄົນ ດ້ວຍວົງເງິນປະມານ 62.000 ຕື້ດົ່ງ.

ອີກດ້ານໜຶ່ງ, ລັດຖະບານ ໄດ້ປະເມີນຜົນກະທົບຂອງການແຜ່ລະບາດ ຕໍ່ບັນດາຂະແໜງການ, ຂົງເຂດ, ພື້ນຖານເສດຖະກິດຂອງປະເທດຊາດ; ຄົ້ນຄວ້າ ແລະ ຄາດຄະເນບັນດາທ່າອຽງ, ໂອກາດ ແລະ ກຳນົດຕົວຂັບເຄື່ອນໃໝ່ ໃຫ້ແກ່ການຂະຫຍາຍຕົວ ເປັນຮາກຖານເພື່ອຍູ້ໄວການກໍ່ສ້າງພື້ນຖານເສດຖະກິດຄືນໃໝ່ໃຫ້ແທດເໝາະກັບການຫັນປ່ຽນໂຄງປະກອບໃໝ່, ຄືຄວາມຕ້ອງການພັດທະນາ ແລະ ຫັນປ່ຽນເຕັກໂນໂລຊີ ດີຈີຕອນ, ຄວາມ ຕ້ອງການດ້ານແຮງງານ, ແນວໂນ້ມການລົງທຶນ, ການໃຊ້ຈ່າຍ ແລະ ອື່ນໆ.

ລັດຖະບານ ໄດ້ມີການຊີ້ນຳຢ່າງເຄັ່ງຄັດ ໃນການສ້າງບັນດາແຜນ ການ ຟື້ນຟູເສດຖະກິດ ໂດຍໄວ, ໃຫ້ຫັນແຕ່ລະຂະແໜງການ, ຂົງເຂດ, ທ້ອງຖິ່ນ, ແຕ່ລະວິສາຫະກິດ ກ່ອນການແຜ່ລະບາດ COVID-19 ຈະສິ້ນສຸດ ເພື່ອໃຫ້ພື້ນຖານເສດຖະກິດ ສາມາດ ຫັນໄປສູ່ສະພາບເຄື່ອນໄຫວໃໝ່; ສາມາດແກ່ງແຍ້ງ, ເປັນເຈົ້າ ການເຂົ້າຮ່ວມໃນການເຊື່ອມຕໍ່, ສ້າງຄຸນຄ່າໃໝ່ ພາຍຫຼັງການແຜ່ ລະບາດ. ໝູນໃຊ້ທຸກ ກາລະໂອກາດ ເພື່ອເຮັດໃຫ້ປະເທດຊາດ ພັດທະນາໂດຍໄວ ແລະ ໝັ້ນຄົງ, ບໍ່ພຽງແຕ່ ທຽບເທົ່າກັນ, ຕ້ອງ ໄວ ແລະ ໝັ້ນຄົງກວ່າ, ຕ້ອງລື່ນກາຍ ກ່ອນການແຜ່ລະບາດ COVID-19 ເກີດຂຶ້ນອີກດ້ວຍ.

ລັດຖະບານ ຫວຽດນາມ ໄດ້ຮັບມືຕໍ່ການແຜ່ລະບາດ COVID-19 ຢ່າງທັນການ ແລະ ເດັດຂາດ. ພິເສດ ແມ່ນນະໂຍບາຍ ດ້ານ ເສດຖະກິດ ຂອງ ຫວຽດນາມ ແມ່ນແທດເໝາະກັບສະຖານະ ການ.
ທ່ານ ສຈ. ປອ Andreas Stoffers, ຜູ້ອຳນວຍການ ອົງການ ຈັດຕັ້ງ Friedrich Naumann for Freedom (FNF) ປະຈໍາ ຫວຽດນາມ
 
ບົດ: VNP ສັງລວມ - ພາບ: VNA

ຫວຽດນາມ - ຈາກຄວາມທຸກຍາກ ສູ່ເສດຖະກິດ 500 ຕື້ໂດລາສະຫະລັດ

ຫວຽດນາມ - ຈາກຄວາມທຸກຍາກ ສູ່ເສດຖະກິດ 500 ຕື້ໂດລາສະຫະລັດ

ຕະຫຼອດ 80 ປີທີ່ຜ່ານມາ, ຫວຽດນາມ ໄດ້ປ່ຽນແປງຢ່າງກ້າວກະໂດດ ຈາກເສດຖະກິດທີ່ທຸກຍາກ, ຫຼ້າຫຼັງ ກາຍເປັນໜຶ່ງໃນ ເສດຖະກິດ ທີ່ມີຂະໜາດໃຫຍ່ທີ່ສຸດໃນ ອາຊີ ຕາເວັນອອກສ່ຽງໃຕ້. ໃນປີ 2024, GDP ຂອງ ຫວຽດນາມ ໄດ້ບັນລຸ ປະມານ 476 ຕື້ ໂດລາສະຫະລັດ ແລະ ຄາດວ່າ ຈະເກີນ 500 ຕື້ ໂດລາສະຫະລັດ ໃນປີ 2025. ເສັ້ນທາງການພັດທະນານີ້ ແມ່ນຜົນ ຂອງ ຂະບວນການປ່ຽນແປງໃໝ່, ການເຊື່ອມໂຍງ ແລະ ການປະຕິຮູບຢ່າງເລິກເຊິ່ງ, ເຊິ່ງເປັນການປະສົມປະສານລະຫວ່າງຈິດໃຈ ເພິ່ງພາຕົນເອງ ຂອງ ຊາດ ແລະ ຄວາມປາຖະໜາ ທີ່ຈະພັດທະນາໃນຍຸກ ໂລກາພິວັດ.

Top