• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນກັບ ກາຊັກສະຖານ ໃນທຸກຂົງເຂດ

ທີ່ບັນດາການພົບປະເຈລະຈາ ແລະ ເຮັດວຽກ, 2 ຝ່າຍຖືວ່າ, 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ພົບປະກັບຮອງນາຍົກລັດຖະມົນຕີ ກາຊັກສະຖານ (ພາບ: TTXVN)

ແຕ່ວັນທີ 24 – 28 ກັນຍາ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໄດ້ນຳໜ້າຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ກາຊັກສະຖານ. ໃນຂອບເຂດການຢ້ຽມຢາມ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໄດ້ມີການພົບປະເຈລະຈາກັບການນຳສະພາສູງ, ສະພາຕ່ຳ; ພົບປະເຈລະຈາກັບຮອງນາຍົກລັດຖະມົນຕີ; ເຮັດວຽກກັບປະທານອົງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ກາຊັກສະຖານ; ຢ້ຽມຢາມພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ກາຊັກສະຖານ, ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ Almaty.

ທີ່ບັນດາການພົບປະເຈລະຈາ ແລະ ເຮັດວຽກ, 2 ຝ່າຍຖືວ່າ, 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ເພີ່ມທະວີການຮ່ວມມື ແລະ ຂຸດຄົ້ນບັນດາທ່າໄດ້ປຽບຈາກສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EAEU), ນຳວົງເງິນການຄ້າ 2 ສົ້ນຂຶ້ນເປັນ 1 ຕື້ USD ໂດຍໄວ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: logistic, ຄົມມະນາຄົມຂົນສົ່ງ, ການເງິນ, ການຫັນເປັນດີຈີຕອນ, ກະສິກຳ... ເພື່ອສະໜອງໃຫ້ຕະຫຼາດ ກາຊັກສະຖານ ແລະ ຢູ່ພາກພື້ນ ອາຊີກາງ. 2 ຝ່າຍກໍ່ເຫັນດີຕໍ່ເລື່ອງ ລັດຖະບານ 2 ປະເທດໄດ້ລົງນາມໃນສັນຍາຍົກເວັ້ນວີຊາໃຫ້ພົນລະເມືອງທີ່ຖືໜັງສືຜ່ານແດນແບບທຳມະດາ ແລະ ເປີດສາຍການບິນໂດຍກົງລະຫວ່າງ ຫວຽດນາມ - ກາຊັກສະຖານ (ຈາກ ກາມແຣງ ໄປ Almaty ແລະ Astana) ຈະສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາການແລກປ່ຽນການຄ້າ, ການຮ່ວມມືດ້ານການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top