• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍກັບບັນດາປະເທດ

ເມື່ອແລກປ່ຽນກັບທ່ານ Adly Zahari, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ, ທ່ານພົນໂທ ຮວ່າງຊວັນຈຽນ ປາດຖະໜາວ່າ ມາເລເຊຍ ຈະສະໜັບສະໜູນການຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານ 2 ປະເທດກ່ຽວກັບການຮ່ວມມືປະຕິບັດກົດໝາຍ ແລະ ຊອກຫາກູ້ໄພກູ້ຊີບທາງທະເລ

ໃນຂອບເຂດການໄປປະຕິບັດງານຢູ່ ສ.ເກົາຫຼີ ເຂົ້າຮ່ວມການສົນທະນາດ້ານປ້ອງກັນຊາດ ເຊີອຸນ ຄັ້ງທີ 14, ແຕ່ວັນທີ 08 – 10 ກັນຍາ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ມີການພົບປະ 2 ຝ່າຍກັບຫົວໜ້າຄະນະຜູ້ແທນຂອງປະເທດຈຳນວນໜຶ່ງ.

(ທ່ານພົນໂທ ຮວ່າງຊວັນຈຽນ ແລະ ທ່ານ Adly Zahari, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ)

ເມື່ອແລກປ່ຽນກັບທ່ານ Adly Zahari, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ, ທ່ານພົນໂທ ຮວ່າງຊວັນຈຽນ ປາດຖະໜາວ່າ ມາເລເຊຍ ຈະສະໜັບສະໜູນການຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານ 2 ປະເທດກ່ຽວກັບການຮ່ວມມືປະຕິບັດກົດໝາຍ ແລະ ຊອກຫາກູ້ໄພກູ້ຊີບທາງທະເລ; ລົງນາມໃນຂໍ້ຕົກລົງສ້າງຕັ້ງກົນໄກລາດຕະເວນຮ່ວມທາງທະເລ ແລະ ຊ່ອງຕິດຕໍ່ລະຫວ່າງກອງທັບເຮືອ 2 ປະເທດ; ສົມທົບກັນແລກປ່ຽນຂໍ້ມູນ, ການປະຕິບັດກົດໝາຍ, ໜູນຊ່ວຍກຳປັ່ນຫາປາ ແລະ ຊາວປະມົງຂອງກັນທີ່ປະສົບເຄາະຮ້າຍຢູ່ທະເລ, ກໍ່ຄືການປະພຶດມະນຸດສະທຳສຳລັບກຳປັ່ນ ແລະ ຊາວປະມົງ.

(ທ່ານພົນໂທ ຮວ່າງຊວັນຈຽນ ພົບປະກັບທ່ານ Zaqy Mohamad, ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ)

ທີ່ການພົບປະກັບທ່ານ Zaqy Mohamad, ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ, ທ່ານພົນໂທ ຮວ່າງຊວັນຈຽນ ປາດຖະໜາວ່າ ສິງກະໂປ ຈະຮັບນາຍທະຫານຂອງກອງບັນຊາການຕໍ່ສູ້ທາງເຄືອຂ່າຍອິນເຕີເນັດຂອງ ຫວຽດນາມ ໄປປະຕິບັດໜ້າທີ່ຢູ່ສູນຂໍ້ມູນ ແລະ ຄວາມໝັ້ນຄົງທາງອິນເຕີເນັດ ADMM ຂອງ ສິງກະໂປ ໂດຍໄວ, ພ້ອມກັນນັ້ນກໍໃຫ້ຮູ້ວ່າ, 2 ຝ່າຍພວມສົ່ງເສີມຈັດການສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປ ຄັ້ງທີ 16 ຢູ່ ດ່ານັ້ງ, ຫວຽດນາມ.

ເນື່ອງໃນໂອກາດນີ້, ທີ່ການພົບປະກັບທ່ານ Musa Heybet, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕວັກກີ, ທ່ານພົນໂທ ຮວ່າງຊວັນຈຽນ ໄດ້ສະເໜີໃຫ້ 2 ຝ່າຍຕັ້ງໜ້າສະໜັບສະໜູນ, ສົມທົບກັນເຂົ້າຮ່ວມບັນດາງານວາງສະແດງດ້ານອຸດສາຫະກຳປ້ອງກັນຊາດຂອງແຕ່ລະຝ່າຍ; ຄົ້ນຄວ້າການສ້າງກົນໄກທາບທາມຄວາມເຫັນ; ຊຸກຍູ້ການຮ່ວມມືບຳລຸງສ້າງ. ຫວຽດນາມ ກໍ່ພ້ອມແລ້ວທີ່ຈະຕ້ອນຮັບວິສາຫະກິດຂອງ ຕວັກກີ ມາ ຫວຽດນາມ ແນະນຳຜະລິດຕະພັນ ແລະ ຊອກຫາໂອກາດຮ່ວມມື.

(ແຫຼ່ງຄັດຈາກ VOV)

ທ່ານ ເລແທ່ງລອງ, ຮອງນາຍົກລັດຖະມົນຕີ ເປັນປະທານເວທີປາໄສເສດຖະກິດ ຫວຽດນາມ - Kansai ຢູ່ EXPO Osaka 2025, ຍີ່ປຸ່ນ

ທ່ານ ເລແທ່ງລອງ, ຮອງນາຍົກລັດຖະມົນຕີ ເປັນປະທານເວທີປາໄສເສດຖະກິດ ຫວຽດນາມ - Kansai ຢູ່ EXPO Osaka 2025, ຍີ່ປຸ່ນ

ປະຈຸບັນ, ມີ 56% ວິສາຫະກິດ ຍີ່ປຸ່ນ ຢູ່ ຫວຽດນາມ ມີແຜນການເພີ່ມເງິນລົງທຶນ ແລະ ເປີດກວ້າງການດຳເນີນທຸລະກິດໃນເວລາ 1 ປີຈະມາເຖິງ.

Top