ລັດຖະມົນຕີສອງທ່ານໄດ້ເຫັນດີຈະສືບຕໍ່ຊຸກຍູ້ການເຈລະຈາດ້ານເຕັກນິກ ແລະ ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອແນໃສ່ບັນລຸໄດ້ຄວາມຄືບໜ້າຢ່າງແທດຈິງໃນການເຈລະຈາ, ມຸ່ງໄປເຖິງການສ້າງຂອບເຂດການຮ່ວມມືດ້ານເສດຖະກິດ - ການຄ້າ ທີ່ມີສະຖຽນລະພາບ ແລະ ຍາວນານ.
ຄະນະເຈລະຈາ ຫວຽດນາມ ພົບປະກັບທ່ານ Steve Daines ສະມາຊິກບັນດາຄະນະກຳມະການການເງິນ ແລະ ການພົວພັນຕ່າງປະເທດ ອາເມລິກາ
ໃນຂອບເຂດການເຄື່ອນໄຫວຢູ່ ອາເມລິກາ, ວັນທີ 22 ພຶດສະພາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ, ຫົວໜ້າຄະນະເຈລະຈາລັດຖະບານ, ໄດ້ເຮັດວຽກກັບທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Howard Lutnick. ລັດຖະມົນຕີສອງທ່ານໄດ້ເຫັນດີຈະສືບຕໍ່ຊຸກຍູ້ການເຈລະຈາດ້ານເຕັກນິກ ແລະ ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອແນໃສ່ບັນລຸໄດ້ຄວາມຄືບໜ້າຢ່າງແທດຈິງໃນການເຈລະຈາ, ມຸ່ງໄປເຖິງການສ້າງຂອບເຂດການຮ່ວມມືດ້ານເສດຖະກິດ - ການຄ້າ ທີ່ມີສະຖຽນລະພາບ ແລະ ຍາວນານ.
ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ສະພາບແວດລ້ອມການຄ້າທີ່ຈະແຈ້ງ, ປອດໃສ, ພ້ອມທັງກຽມພ້ອມເພີ່ມທະວີການສົມທົບກັບ ອາເມລິກາ ໃນການປ້ອງກັນການສໍ້ໂກງດ້ານການຄ້າ, ທີ່ມາຂອງຜະລິດຕະພັນ ແລະ ການຂົນສົ່ງຜິດກົດໝາຍ.
ສ່ວນທ່ານລັດຖະມົນຕີ Howard Lutnick ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ເຈດຈຳນົງຂອງ ຫວຽດນາມ ໃນການເຈລະຈາສັນຍາສອງຝ່າຍ ກ່ຽວກັບການຄ້າສົມທົບ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ແມ່ນຕະຫຼາດທີ່ສຳຄັນ, ດູດດື່ມສຳລັບບັນດາວິສາຫະກິດ ອາເມລິກາ.
(ແຫຼ່ງຄັດຈາກ VOV)