ວັນທີ 05 ມິຖຸນາ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ດຳເນີນພິທີປຸກລະດົມຂະບວນການທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ, ງານຊຸມນຸມມິດຕິງຕອບສະໜອງວັນສິ່ງແວດລ້ອມໂລກ ວັນທີ 05 ມິຖຸນາ, ວັນມະຫາສະໝຸດໂລກ ວັນທີ 08 ມິຖຸນາ, ເດືອນກະທຳເພື່ອສິ່ງແວດລ້ອມ, ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ປີ 2026 ມຸ່ງໄປເຖິງການສ້າງ ປະເທດ ຫວຽດນາມ ສີຂຽວ, ສະອາດ, ພັດທະນາແບບຍືນຍົງ.
ໃນຕາແສງ ໂດ່ເຊີນ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ພ້ອມກັບອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ ໄດ້ເປັນປະທານຮ່ວມງານຊຸມນຸມມິດຕິງຕອບສະໜອງວັນສິ່ງແວດລ້ອມໂລກ ພາຍໃຕ້ຫົວຂໍ້ “ທົ່ວໂລກຮ່ວມແຮງຮ່ວມໃຈກະທຳເພື່ອດິນຟ້າອາກາດ” ແລະ ກອງປະຊຸມສຳມະນາ “ຮ່ວມແຮງຮ່ວມໃຈຫຼຸດຜ່ອນການນຳໃຊ້ຢາງພລາດສະຕິກແບບໃຊ້ເທື່ອດຽວ - ແຜ່ກະຈາຍວິຖີຊີວິດສີຂຽວ - ການທ່ອງທ່ຽວສີຂຽວ”.
ຢູ່ແຂວງ ເງະອານ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເງະອານ ຈັດ “ເວທີປາໄສລະດັບຊາດ ກ່ຽວກັບສິ່ງແວດລ້ອມ ແລະ ດິນຟ້າອາກາດ - ຈາກນະໂຍບາຍໄປສູ່ການກະທຳ”.
(ແຫຼ່ງຄັດຈາກ VOV)