• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົມທົບກັນຢ່າງມີໄຫວພິບຕໍ່ນະໂຍບາຍປີການເງິນ, ເງິນຕາເພື່ອໜູນຊ່ວຍການເຕີບໂຕ

ໃນ 7 ເດືອນຂອງປິ 2026, ທະນາຄານແຫ່ງລັດໄດ້ບໍລິຫານນະໂຍບາຍເງິນຕາຢ່າງເປັນເຈົ້າການ, ມີໄຫວພິບ
  ຄວາມເດັດດຽວຂອງລັດຖະບານ ແລະ ທະນາຄານແຫ່ງລັດໃນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ (ພາບປະ​ກອບ: VNA)  

ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ ແລະ ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ແຮງ​ເຖິ​ງ ຫວຽດ​ນາມ, ພິ​ເສດ​ແມ່ນການ​ບໍ​ລິ​ຫ​ານ​​ນະ​ໂຍ​ບາຍເງິນ​ຕາ. ຄວາມ​ເດັດ​ດຽວ​ຂອງ​ລັດ​ຖະ​ບານ ແລະ ທະ​ນາ​ຄານ​ແຫ່ງ​ລັດ​ໃນ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ເປັນ​ປົກ​ກະ​ຕິ, ​ການຄວບ​ຄຸ​ມ​ໄພ​ເງິນ​ເຟີ້, ບໍ່​ກໍ່​ຄວາມ​ກົດດັນ​ຕໍ່​ລະ​ບົບ​ທະ​ນາ​ຄານ; ​ການສົມ​ທົບ​ກັນ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ປີ​ການ​ເງິນ ແລະ ເງິນ​ຕາ, ໄດ້​ຊີ້​ໃຫ້​ເຫັນ​ວິ​ທີ​ເຂົ້​າ​ເຖິງ​ບັນ​ຫາ​ຢ່າງ​ເໝາະ​ສົມ.

ທ່ານ ຟ້າມກວາງ​ຢ​ຸງ, ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ພາຍ​ຫຼັງ​ການປະ​ຊຸມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ຂະ​ແໜງ​ທະ​ນ​າ​ຄານ​ໄດ້​ດັດ​ດ່ຽວ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາ​ດ​ຕະ​ການ​ແກ້​ໄຂ​ທີ່​ຈຳ​ເປັນ. ມີ​ຫຼາຍ​ອົງ​ການ​ສິນ​ເຊື່ອ, ທະ​ນາ​ຄານ​ການ​ຄ້າ​ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ບ້ວງດອກ​ເ​ບ້ຍ, ບ້ວງ​ເງິນ​ກູ້​ຢືມ​ໃໝ່​ໃນ​ທັນ​ທີ ດ້ວຍ​ການ​ຫຼຸ​ດ​ຜ່ອນ​ອັດ​ຕາດອກ​ເ​ບ້ຍ​ຢ່າງ​ແຮງ, ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ໃຫ້​ບຸ​ລິ​ມະ​ສິດ​ການ​ພັດ​ທະ​ນາ, ບັນ​ດາ​ຂົງ​ເຂດ​ກຳ​ລັງ​ໜູນ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ທະ​ນາ​ຄານ​ແຫ່ງ​ລັດ​ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້​ນ​ແຟ້ນ​ກັບ​ນະ​ໂຍ​ບາຍ​ປີ​ການ​ເງິນ​, ກັບ​ກະ​ຊວງ​ການ​ເງິນ ເພື່ອ​ມຸ່ງ​ໄປ​ເຖິງ​ການບັນ​ລຸ​ລະ​ດັບ​ເຕີບ​ໂຕ 2 ຕົວ​ເລກ”.

ດ້ວຍ​ບົດ​ບາດ​ເປັນ​ອົງ​ການ​ຄຸ້ມ​ຄອງ​ໃນ​ຂົງ​ເຂດ​ເງິນ​ຕາ, ທະ​ນາ​ຄານ, ໃນ 7 ເດືອນ​ຂອງ​ປິ 2026, ທະ​ນາ​ຄານ​ແຫ່ງ​ລັດ​ໄດ້​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ຢ່າງເປັນ​ເຈົ້າ​ການ, ​ມີ​ໄຫວ​ພິບ, ປະ​ກອ​ບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ໜູນ​ຊ່ວຍ​ການ​ເຕີບ​ໂຕ​ເສດ​ຖະ​ກິດ.

(ແຫຼ່ງຄັດຈາກ VOV)

ສຸມໃສ່ຂຸດຄົ້ນ ແລະ ຊຸກຍູ້ລະບົບຊີວະພາບ ເສດຖະກິດເງິນ ແບບຍືນຍົງ, ຄົບຖ້ວນ, ຮອບດ້ານ

ສຸມໃສ່ຂຸດຄົ້ນ ແລະ ຊຸກຍູ້ລະບົບຊີວະພາບ “ເສດຖະກິດເງິນ” ແບບຍືນຍົງ, ຄົບຖ້ວນ, ຮອບດ້ານ

ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການກ່ຽວກັບຜູ້ອາຍຸສູງ ຫວຽດນາມ, ສະເໜີວ່າ ຕ້ອງມີການປ່ຽນແປງຈິນຕະນາການຢ່າງແຮງ, ຕ້ອງຖືຜູ້ອຳຍຸສູງແມ່ນກຳລັງສຳຄັນຂອງການພັດທະນາເສດຖະກິດ - ສັງຄົມຢ່າງແທດຈິງ.

Top