• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມໃສ່ຂຸດຄົ້ນ ແລະ ຊຸກຍູ້ລະບົບຊີວະພາບ “ເສດຖະກິດເງິນ” ແບບຍືນຍົງ, ຄົບຖ້ວນ, ຮອບດ້ານ

ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການກ່ຽວກັບຜູ້ອາຍຸສູງ ຫວຽດນາມ, ສະເໜີວ່າ ຕ້ອງມີການປ່ຽນແປງຈິນຕະນາການຢ່າງແຮງ, ຕ້ອງຖືຜູ້ອຳຍຸສູງແມ່ນກຳລັງສຳຄັນຂອງການພັດທະນາເສດຖະກິດ - ສັງຄົມຢ່າງແທດຈິງ.
  ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ, ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)  

ວຽກ​ງານ​ຜູ້​ອາ​ຍຸ​ສູງໃນ 7 ເດືອນ​ຕົ້ນ​ປີສືບ​ຕໍ່​ບັນ​ລຸ​ໝາກ​ຜົນ​ຕັ້ງ​ໜ້າ​ຫຼາຍ​ຢ່າງ. ລະ​ບອບລະ​ບຽບ​ການ, ນະ​ໂຍ​ບາຍ​ໄດ້​ສ້າງ​ໃຫ້​ສົມ​ບູນ​ແບບ​ເທື່ອ​ລະ​ກ້າວ, ​ເໝາ​ະ​ສົມ​ກັບ​ວິ​ວັດ​ການ​ພົນ​ລະ​ເມືອງ​ເຖົ້​າ​ແກ່; ເຄືອ​ຂ່າຍ​ຮັບ​ປະ​ກັນ​ຊີ​ວິດ​ສ​ັງ​ຄົມ​ໄດ້​ຮັບ​ການ​ເປີດກວ້າງ; ການ​​ສົ່ງ​ເສີມ​ສຸດ​ຂະ​ພາບ, ຊີ​ວິດ​ດ້ານ​ວັດ​ຖຸ, ຈິດ​ໃຈ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ນີ້​ແມ່ນ​ບັນ​ດາ​ການ​ຕີ​ລາ​ຄາ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ກອງ​ປະ​ຊຸມ​ສະ​ຫຼຸບ​ເບື້ອງ​ຕົ້ນ, ຕີ​ລາ​ຄາ​ວຽກ​ງານ​ຜູ້​ອາ​ຍຸ​ສູງ 7 ເດືອນ​ຕົ້ນ​ປີ 2026 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ຈຸດ​ສຸມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຈັດ​ຂຶ້ນ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 17 ສິງ​ຫາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບາ​ນ, ທີ່ ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ຜ​ູ້​ອາ​ຍຸ​ສູງ ຫວຽດ​ນາມ, ສະ​ເໜີ​ວ່າ ຕ້ອງ​ມີ​ການ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ຢ່າງ​ແຮງ, ຕ້ອງ​ຖື​ຜູ້​ອຳ​ຍຸ​ສູງ​ແມ່ນ​ກຳ​ລັງ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢ່າງ​ແທດ​ຈິງ.

“ຍິ່ງກວ່າ​ເວ​ລາ​ໃດ​ໝົດ, ພວກ​ເຮົາ​ຕ້ອງ​ສຸມ​ໃສ່​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮ​ູ້ ແລະ ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ວຽກ​ງານ​ຜູ້​ອາ​ຍຸ​ສູງ​ໃນ​ສະ​ພາບ​ການ​ໃໝ່. ສ້າງ​ການ​ຫັນ​ປ່ຽນ​ໃນ​ຈິນ​ຕະ​ນາ​ການ​ຂອງ​ລະ​ບົບ​ການ​ເມືອງ ກໍ​ຄືທົ່ວ​ສັງ​ຄົມ​ຢ່າງ​ແທດ​ຈິງ, ຈາກ​ການ​ເບິ່ງ​ແຍງ ແລະ ໜູນ​ຊ່ວຍ, ເພື່ອ​ຢືນ​ຢັນ​ວ່າ ຜູ້​ອາ​ຍ​ຸ​ສູງ​ແມ່ນ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນ​າ​ປະ​ເທດ​ຊາດ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກຳ​ລັງ​ໜູນ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດຢ່າງວ່​ອງ​ໄວ ແລະ ຍືນ​ຍົງ.”

(ແຫຼ່ງຄັດຈາກ VOV)

ເລີ່ມດຳເນີນງານແຂ່ງຂັນ Pickleball World Cup 2026

ເລີ່ມດຳເນີນງານແຂ່ງຂັນ Pickleball World Cup 2026

ຕອນບ່າຍວັນທີ 16 ສິງຫາ, ງານແຂ່ງຂັນ Heineken Pickleball World Cup 2026 ໄດ້ເລີ່ມຂຶ້ນຢ່າງເປັນທາງການຢູ່ນະຄອນ ດ່ານັ້ງ ດ້ວຍການຈົກສະຫຼາກ ແລະ ຈັດສາຍບັນດາທິມທີ່ເຂົ້າຮ່ວມ. ງານແຂ່ງຂັນໄດ້ເຕົ້າໂຮມນັກກິລາກວ່າ 5.000 ຄົນທີ່ມາຈາກ 81 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວ

Top