100 ປີຜ່ານມາ, ສື່ມວນຊົນປະຕິວັດໄດ້ກາຍເປັນເຫຼົ່າຮົບທີ່ຫຼັກແຫຼ່ງໃນສະໜາມຮົບແນວຄິດ - ວັດທະນະທຳ, ຮ່ວມເດີນທາງພ້ອມກັບພາລະກິດແຫ່ງການປະຕິວັດຜ່ານທຸກເສັ້ນທາງປະຫວັດສາດຂອງຊາດ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງເລທິທູຮັ່ງ (ພາບ: ກະຊວງການຕ່າງປະເທດ)
ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ ໂດຍຕອບສຳພາດຕໍ່ນັກຂ່າວ, ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງເລທິທູຮັ່ງ ເນັ້ນໜັກວ່າ 100 ປີຜ່ານມາ, ສື່ມວນຊົນປະຕິວັດໄດ້ກາຍເປັນເຫຼົ່າຮົບທີ່ຫຼັກແຫຼ່ງໃນສະໜາມຮົບແນວຄິດ - ວັດທະນະທຳ, ຮ່ວມເດີນທາງພ້ອມກັບພາລະກິດແຫ່ງການປະຕິວັດຜ່ານທຸກເສັ້ນທາງປະຫວັດສາດຂອງຊາດ. ໃນກະແສນັ້ນ, ສື່ມວນຊົນການຕ່າງປະເທດແມ່ນພາກສ່ວນທີ່ບໍ່ສາສາດຕັດແຍກອອກຈາກວຽກງານການຕ່າງປະເທດ, ນຳຫວຽດນາມ ອອກສູ່ໂລກ ແລະ ນຳໂລກຫຍັບໃກ້ເຂົ້າກັບ ຫວຽດນາມ.
ສື່ມວນຊົນການຕ່າງປະເທດ ຍາມໃດກໍ່ສວມບົດບາດນຳໜ້າໃນການແຜ່ກະຈາຍສຽງເວົ້າຂອງຄວາມເປັນທຳ, ຢັ້ງຢືນຫຼັກໝັ້ນຢ່າງຢຶດໝັ້ນຂອງ ຫວຽດນາມ ກ່ຽວກັບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ນະໂຍບາຍການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ. ບັນດາຜົນງານຫວ່າງແລ້ວນີ້ ຄືການໂຄສະນາບັນດາການເຄື່ອນໄຫວໃນປີດຳລົງຕຳແໜ່ງເປັນປະທານອາຊຽນ 2020, ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີຢູ່ຮ່າໂນ້ຍ, ກອງປະຊຸມ COP 26… ໄດ້ສະແດງໃຫ້ເຫັນຄຸນວຸດທີ, ພູມປັນຍາ ແລະ ການເຕີບໃຫຍ່ຂອງຖັນແຖວສື່ມວນຊົນການຕ່າງປະເທດ ຫວຽດນາມ. ນີ້ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ຄວາມສາມາດໃນການເຮັດວຽກ ຂອງສື່ມວນຊົນການຕ່າງປະເທດ ໃນການສ້າງສະພາບແວດລ້ອມຫາງສຽງສະດວກ, ປະກອບສ່ວນຍົກຖານະຕຳແໜ່ງ ແລະ ອິດທິພົນຊື່ສຽງຂອງປະເທດ ບົນເວທີສາກົນ.
(ແຫຼ່ງຄັດຈາກ VOV)