• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້າ​ນ​ການ​ເມືອງ ແລະ ຍົກ​ລະ​ດັບ​ການ​ປະ​ສານ​ສົມ​ທົບ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ

ໃນ​ຂອບ​ເຂດ​ການຢ​້ຽມ​ຢາມ​ ສິ​ງ​ກະ​ໂປ, ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານປະ​ເທດ ຫວຽດ​ນາມ ຈະ​ມີ​ບົດ​ກ່າວ​ປາ​ໄສ​ສະ​ເໜີ​ຄຳ​ແນະ​ນຳ​ທີ່​ກອງ​ປະ​ຊຸມ Shangri-La.
  ທ່ານ ຫງວຽນ​ແມ້ງ​ເກື່ອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ)  

ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້າ​ນ​ການ​ເມືອງ ແລະ ຍົກ​ລະ​ດັບ​ການ​ປະ​ສານ​ສົມ​ທົບ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ. ສິ່ງ​ດັ່ງ​ກ່າວ ໂດຍ​ທ່ານ ຫງວຽນ​ແມ້ງ​ເກື່ອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ ກ່ອນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສິງ​ກະ​ໂປ ແລະ ໃນ​ບົດ​ຄຳ​ເຫັນ ຂອງ​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມທີ່​ກອງ​ປະ​ຊຸມ Shangri-La ແຕ່​ວັນ​ທີ 29 – 31 ພຶດ​ສະ​ພາ. ຕາມ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ແມ້ງ​ເກື່ອງ ແລ້ວ, ການ​ຢ້ຽມ​ຢາມ ສິງ​ກະ​ໂປ ຂອງ​ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານປະ​ເທດ ຫວຽດ​ນາມ ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ ໃນ​ການ​ສືບ​ຕໍ່​ຜັນ​ຂະ​ຫຍາຍ ແລະ ຫັນຂອບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້າ​ນ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ລະ​ອຽດ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫງວຽນ​ແມ້ງ​ເກື່ອງ ໃຫ້​ຮູ້​ວ່າ ໃນ​ຂອບ​ເຂດ​ການຢ​້ຽມ​ຢາມ​ ສິ​ງ​ກະ​ໂປ, ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານປະ​ເທດ ຫວຽດ​ນາມ ຈະ​ມີ​ບົດ​ກ່າວ​ປາ​ໄສ​ສະ​ເໜີ​ຄຳ​ແນະ​ນຳ​ທີ່​ກອງ​ປະ​ຊຸມ Shangri-La. ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ເຜີຍ​ແຜ່ ທັດ​ສະ​ນະ​ ແລະ​ສານຂອງ ຫວຽດ​ນາມ ເຖິງ​ບັນ​ດາ​ປະ​ເທດ ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ທາງ​ເພື່ອ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້​າ​ທາ​ຍ​ຍຸດ​ທະ​ສາດ​ທີ່​ພວມ​ວາງ​ອອກ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ໂຄງ​ປະ​ກອບ​​ພາກ​ພື້ນ​ພວມ​ໄດ້​ຮັບ​ກາ​ນສ້າງ​ຂຶ້ນ.

ກໍ​ໃນ​ວັນ​ດຽວ​ກັນ, ທ່ານ Rajpal Singh ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ ປະ​ຈຳ ຫວຽດ​ນາມ ກໍ​ໄດ້​ສະ​ແດງ​ຄວາມ​ຫວັງວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຈະ​ນຳ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຮ່ວມ​ມື​ໃໝ່.

(ແຫຼ່ງຄັດຈາກ VOV)

ສັບ​ປະ​ດາ​ດົ​ນ​ຕີ​ສາ​ກົນ ເຫວ້ ປີ 2026:  ​ສີ​ສັນ​ວັດ​ທ​ະ​ນະ​ທຳ​​ທີ່​ຫຼາກຫຼາຍຢູ່​ແມ່​ນ້ຳ ເຮືອງ

ສັບ​ປະ​ດາ​ດົ​ນ​ຕີ​ສາ​ກົນ ເຫວ້ ປີ 2026: ​ສີ​ສັນ​ວັດ​ທ​ະ​ນະ​ທຳ​​ທີ່​ຫຼາກຫຼາຍຢູ່​ແມ່​ນ້ຳ ເຮືອງ

ຕອນ​ບ່າຍ​ວັນ​ທີ 25 ພຶດ​ສະ​ພາ, ຄະ​ນະ​ຈັດ​ຕັ້ງ Festival ເຫວ້ ປີ 2026 ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ສັບ​ປະ​ດາ​ດົນ​ຕີ​ສາ​ກົນ ເຫວ້ ປີ 2026. ຕາມ​ນັ້ນ​ແລ້ວ, ເຫດ​ການ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 13 – 18 ມິ​ຖຸ​ນາ, ແມ່ນ​ຈຸດ​ເດັ່ນຂອງ​ງານ​ບຸນ​ລະ​ດູ​ຮ້ອນ​ໃນ​ຂອບ​ເຂດ Festival ເຫວ້ ປີ 2026.

Top