• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ການ​ຕິດ​ຕາມ​ກວດ​ກາ​ສູງ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ສະພາແຫ່ງຊາດຈະຕິດຕາມກວດກາການປະຕິບັດມະຕິເລກທີ 43 ຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ, ພັດທະນາເສດຖະກິດ ສັງຄົມ
ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍໂຄງການ ຕິດຕາມກວດກາປີ 2024 (ພາບ: quochoi.vn)

ຕອນບ່າຍວັນທີ 8 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ດ້ວຍບັດເຫັນດີເປັນຈຳນວນຫຼາຍ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍໂຄງການ ຕິດຕາມກວດກາປີ 2024 ແລະ ຕັດສິນຈະຕິດຕາມກວດກາຢູ່ລະດັບສູງທີ່ສຸດສຳລັບສອງຫົວເລື່ອງ.

ຕາມນັ້ນແລ້ວສະພາແຫ່ງຊາດຈະຕິດຕາມກວດກາການປະຕິບັດມະຕິເລກທີ 43 ຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ, ພັດທະນາເສດຖະກິດ ສັງຄົມ ແລະ ບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບບາງໂຄງການສຳຄັນແຫ່ງຊາດຈົນຮອດປີ 2023 ແລະ ໄລຍະກ່ອນ ແລະ ຫຼັງເຊິ່ງທີ່ສ່ວນກ່ຽວຂ້ອງ.

ໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດພັດທະນານະຄອນໂຮ່ຈີມິນ. ບັນດາສະມາຊິກໄດ້ສະເໜີສະພາແຫ່ງຊາດ ພິຈາລະນາກົນໄກແບ່ງສິດອຳນາດຫຼາຍກ່ວາອີກໃຫ້ແກ່ອຳນາດການປົກຄອງນະຄອນໂຮ່ຈີມິນ ໃນການຈັດຕັ້ງກົງຈັກ ແລະ ຄຸ້ມຄອງພະນັກງານ, ລັດຖະກອນ, ຜູ້ອອກແຮງງານໃນບໍລິເວນເພື່ອພັດທະນາກຳລັງພາຍໃນຢ່າງແຮງ, ປຸກລຸກຄວາມສາມາດບົ່ມຊ້ອນທ່າໄດ້ປຽບ, ສ້າງກຳລັງໜູນໃໝ່ໃຫ້ແກ່ນະຄອນ, ເຂດເສດຖະກິດພາຍໃນເຂດ ແລະ ທົ່ວປະເທດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top