• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຖາ​ນີ​ໂທ​ສະ​ພາບ CBS (ອາ​ເມ​ລິ​ກາ) ໂຄ​ສະ​ນາ​ພາບ​ພົດ​ການ​ທ່ອງ​ທ່ຽວ ເຊີນ​ດ່ອງ ຢູ່ ຫວຽດ​ນາມ ອອກ​ສູ່​ໂລກ

ລາຍການ “60 Minutes” ແມ່ນລາຍການທີ່ມີຊື່ສຽງແຖວໜ້າໂລກ, ມີກຳລັງແຮງແຜ່ກະຈາຍໃນວົງກວ້າງ ດ້ວຍຜູ້ຊົມກວ່າ 8 ລ້ານຄົນຕິດຕາມເປັນປະຈຳ, ພ້ອມກັບການເຂົ້າຊົມນັບຮ້ອຍລ້ານເທື່ອໃນບັນດາປຼາດຟອມທີ່ແຕກຕ່າງກັນໃນທົ່ວໂລກ, ພິເສດຢູ່ຕະຫຼາດອາເມລິກາເໜືອ.
  ຖ້ຳເຊີນດ່ອງຂອງ ຫວຽດນາມ (ພາບ: TTXVN)  

19 ໂມງຂອງວັນທີ 29  ມີນາ ຕາມເວລາເຂດທາງທິດຕາເວັນອອກ ອາເມລິກາ, ລາຍການ “60 Minutes” ຂອງສະຖານີໂທລະພາບ CBS (ອາເມລິກາ) ໄດ້ອອກອາກາດບົດບົດສາລະຄະດີ ກ່ຽວກັບ ເຊີນດອງ ຢູ່ແຂວງ ກ໋ວາງຈິ, ຫວຽດນາມ, ສ້າງຜົນກະທົບແຜ່ກະຈາຍອອກສູ່ວົງກວ້າງ, ປະກອບສ່ວນຊຸກຍູ້ການສົ່ງເສີມການທ່ອງທ່ຽວ ແລະ ຢັ້ງຢືນສະຖານທີ່ນັດພົບ ກ໋ວາງຈິ ໃນແຜນທີ່ທ່ອງທ່ຽວທົ່ວໂລກ. ລາຍການໂທລະພາບທີ່ມີອິດທິພົນຊື່ສຽງແຖວໜ້າໂລກໄດ້ຄັດເລືອກຖ່າຍທຳວີດີໂອຢູ່ ເຊີນດ່ອງ ແມ່ນເຫດການໂຄສະນາສື່ສານມີຄວາມໝາຍພິເສດສຳລັບການທ່ອງທ່ຽວກ໋ວາງຈິ ກໍ່ຄືເຂດມໍລະດົກທຳມະຊາດໂລກ ປ່າສະຫງວນແຫ່ງຊາດ ຟອງຍາ - ເກ໋ບ່າງ.

ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກ໋ວາງຈິໄດ້ປະສານສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຜັນຂະຫຍາຍບັ້ນໂຄສະນາດ້ວຍຫຼາຍຮູບແບບ ແລະ ເນື້ອໃນອຸດົມສົມບູນ, ມຸ່ງໄປເຖິງບັນດາຕະຫຼາດແຂກທ່ອງທ່ຽວທີ່ມີຈຸດສຸມທັງຢູ່ພາຍໃນ ແລະ ຕ່າງປະເທດ. ເປົ້າໝາຍແມ່ນສືບຕໍ່ຢັ້ງຢືນກ໋ວາງຈິງ ແມ່ນສູນການທ່ອງທ່ຽວປະຈົນໄຟ ແຖວໜ້າພາກພື້ນ ອາຊີ ແລະ ສະຖານທີ່ນັດພົບທີ່ຈັບໃຈຂອງ ຫວຽດນາມ. ທ່ານ ເລມິງຕວັນ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກ໋ວາງຈິ ໃຫ້ຮູ້ວ່າເລື່ອງບົດສາລະຄະດີກ່ຽວກັບຖ້ຳເຊີນດ່ອງໄດ້ອອກອາກາດໃນລາຍການ “60 Minutes” ແມ່ນໂອກາດທີ່ຍິ່ງໃຫຍ່ເພື່ອໂຄສະນາພາບພົດການທ່ອງທ່ຽວຂອງແຂວງໄປຍັງເພື່ອນມິດສາກົນ. ນີ້ບໍ່ພຽງແຕ່ແມ່ນການຢັ້ງຢືນຄຸນຄ່າທີ່ພົ້ນເດັ່ນທົ່ວໂລກຂອງມໍລະດົກເທົ່ານັ້ນເປີດໂອກາດດຶງດູດແຂກທ່ອງທ່ຽວສາກົນທີ່ມີຄຸນນະພາບສູງອີກດ້ວຍ.

່(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​​ຄະ​ນະ​ພັກ​ກອງ​ທັບ ສູນ​ກາງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​​ຄະ​ນະ​ພັກ​ກອງ​ທັບ ສູນ​ກາງ

ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ, ຕາງໜ້າຄະນະພັກກອງທັບສູນກາງ, ທ່ານເລຂາທິການໃຫຍ່ ໂຕເລິມເຫັນດີເປັນເອກະພາບຕໍ່ເນື້ອໃນໂຄງການດຳເນີນງານ, ບັນດາເປົ້ໝາຍ; ໜ້າທີ່, ແຜນຮ່າງ, ໂຄງການ, ລາຍການລະອຽດ.

Top