ສະຫາຍ ໂຕເລີມ ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV

ເຫດການ ແລະ ບັນຫາ

ສະຫາຍ ໂຕເລີມ ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV

ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ເປັນເອກະພາບຢ່າງສົມບູນ ເລືອກຕັ້ງສະຫາຍ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ສືບຕໍ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV.

 

ໃນຕອນເຊົ້າ ວັນທີ 23 ມັງກອນ 2026, ຢູ່ສຳນັກງານສູນກາງພັກ, ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ດຳເນີນກອງປະຊຸມຄັ້ງປະຖົມມະລຶກ ເພື່ອເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາທິການ, ຄະນະກວດກາສູນກາງພັກ ແລະ ປະທານຄະນະກວດກາສູນກາງພັກ. ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ເປັນເອກະພາບຢ່າງສົມບູນ ເລືອກຕັ້ງສະຫາຍ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ສືບຕໍ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV.

 

 
 
ສະຫາຍ ເລຂາທິການໃຫຍ່ ໂຕເລີມ ພ້ອມດ້ວຍບັນດາສະຫາຍກຳມະການກົມການເມືອງ, ກຳມະການຄະນະເລຂາທິການສູນກາງພັກ ສະໄໝທີ XIV ເປີດຕົວໃນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ພາບ: VNA
ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ເປັນເອກະພາບຢ່າງສົມບູນ ເລືອກຕັ້ງສະຫາຍ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ສືບຕໍ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ພາບ: VNA
 
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ພາບ: VNA
  • ປະຕິບັດໂດຍ: VNA/VNP
  •  

ຮ່ວມມະຫາສະໝຸດດຽວກັນ - ຮ່ວມອະນາຄົດດຽວກັນ

ຮ່ວມມະຫາສະໝຸດດຽວກັນ - ຮ່ວມອະນາຄົດດຽວກັນ

ມະຫາສະໝຸດປາຊີຟິກ ໄດ້ເຊື່ອມຕໍ່ບັນດາແຄມຝັ່ງທະເລ, ບັນດາພື້ນຖານເສດຖະກິດ ແລະ ບັນດາພື້ນຖານວັດທະນະທໍາ ທີ່ຫຼາກຫຼາຍເຂົ້າກັນ. ນີ້ແມ່ນພື້ນທີ່ດໍາລົງຊີວິດ, ພົບປະແລກປ່ຽນ ແລະ ພັດທະນາ ຂອງບັນດາພື້ນຖານເສດຖະກິດ ສະມາຊິກ APEC ພ້ອມດ້ວຍບັນດາປະເທດໃນພາກພື້ນ. ຮ່ວມມະຫາສະໝຸດດຽວກັນ, ຮ່ວມອະນາຄົດດຽວກັນ, ພວກເຮົາລ້ວນແຕ່ມີຄວາມຮັບຜິດຊອບ ຮ່ວມກັນ ໃນການປົກປັກຮັກສາ ເພື່ອໃຫ້ມະຫາສະໝຸດປາຊີຟິກ ເປັນມະຫາສະໝຸດແຫ່ງສັນຕິພາບ, ຄວາມສາມັກຄີ, ການຮ່ວມມື ແລະ ການພັດທະນາສະເໝີໄປ; ເປັນບ່ອນທີ່ບັນດາຝ່າຍເຄົາລົບ ເຊິ່ງກັນ ແລະ ກັນ, ປະຕິບັດຕາມກົດໝາຍສາກົນ, ຮ່ວມກັນ ປົກປັກຮັກສາສິ່ງແວດລ້ອມທາງທະເລ ແລະ ເປີດກວ້າງໂອກາດ ເພື່ອຜົນປະໂຫຍດລວມ.

Top