ຕອນແລງ ວັນທີ 14 ກັນຍາ, ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນບຸນເອກະລາດໃຫ້ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ.
ທ່ານເອກອັກຄະລັດຖະທູດ ຖ່າຍຮູບພ້ອມກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ
ງານດັ່ງກ່າວມີຈຳນວນຜູ້ແທນ ເຂົ້າຮ່ວມຫຼາຍກວ່າ 100 ທ່ານ ເຊິ່ງຕາງໜ້າໃຫ້ປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ຕາມບັນດາທ້ອງຖິ່ນຂອງ ຍີ່ປຸ່ນ.
ຢູ່ໃນພິທີ, ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ ແລະ ພິທີຖວາຍໄຕ້ທູບທຽນຢູ່ຫ້ອງບູຊາປະທານໂຮ່ຈິມິນ, ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາບັນພະບູລຸດ ແລະ ພ້ອມກັນຮັບຊົມຮູບເງົາສາລະຄະດີປະຫວັດສາດກ່ຽວກັບເສັ້ນທາງ 80 ປີ ອັນເຕັມໄປດ້ວຍຄວາມສະຫງ່າລາສີຂອງຊາດຫວຽດນາມ. ກ່າວຄຳເຫັນພິທີດັ່ງກ່າວ, ທ່ານ ຟ້າມກວາງຫ້ຽວ, ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ເນັ້ນໜັກວ່າ:
“ປະຈຸບັນ, ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ມີເກືອບ 700.000 ຄົນ, ເຊິ່ງເປັນປະຊາຄົມຊາວຕ່າງປະເທດໃຫຍ່ ອັນດັບທີ 2 ທີ່ ອາໄສຢູ່ ຍີ່ປຸ່ນ. ປະຊາຊົນຫວຽດນາມໄດ້ດຳລົງຊີວິດຢູ່ບັນດາແຂວງຂອງຍີ່ປຸ່ນ, ປະກອບດ້ວຍຫຼາຍພາກສ່ວນອັນອຸດົມສົມບູນ. ເຖິງວ່າຈະຢູ່ບ່ອນໃດ, ປະຊາຄົມຊາວຫວຽດນາມພວກເຮົາກໍນັບມື້ນັບຢັ້ງຢືນໃຫ້ເຫັນເຖິງຄວາມເຊື່ອຖື, ຄຸນທາດ, ຈິດໃຈອັນອົດທົນຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແລະ ຄວາມມຸ່ງຫວັງທີ່ບືນຂຶ້ນຢູ່ສະເໝີ”.
(ແຫຼ່ງຄັດຈາກ VOV)