ບັນດາຄວາມມານະພະຍາຍາມ ແລະ ການອຸທິດສ່ວນຂອງ ຫວຽດນາມ ທີ່ສະຫງວນໃຫ້ແກ່ສວນສາທາລະນະທໍຈົ່ງແມ່ນສິ່ງທີ່ມີຄວາມໝາຍສຳຄັນທີ່ສຸດຍ້ອນວ່າປະຊາຄົມສວນສາທາລະນະທໍລະນີທົ່ວໂລກມຸ່ງໄປເຖິງການພັດທະນາແບບຍືນຍົງ
ມອບໃບຢັ້ງຢືນ ສວນສາທາລະນະທໍລະນີ ລ້າງເຊີນ ໄດ້ຮັບໃບຢັ້ງຢືນແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO (ພາບ: Vietnam+)
ວັນທີ 2 ມິຖຸນາ, ຢູ່ສຳນັກງານ UNESCO ທີ່ນະຄອນຫຼວງ ປາຣີ, ຝລັ່ງໄດ້ດຳເນີນພິທີມອບໃບຢັ້ງຢືນພິເສດທີ່ສະຫງວນໃຫ້ແກ່ບັນດາປະເທດ ທີ່ມີສວນສາທາລະນະທໍລະນີ ຫາກໍ່ໄດ້ຮັບການຢັ້ງຢືນແມ່ນ ສວນສາທາລະນະທໍລະນີທົ່ວໂລກ UNESCO. ທີ່ການຮັບໃບຢັ້ງຢືນ, ທ່ານເອກອັກຄະລັດຖະທູດ ນາງ ຫງວຽນທິເວິນແອັງ, ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ UNESCO ຢັ້ງຢືນວ່າ ເຫດການນີ້ເປີດຫຼາຍໂອກາດໃໝ່ໃຫ້ແກ່ການພັດທະນາການທ່ອງທ່ຽວແບບຍືນຍົງ ຂອງລ້າງເຊີນ, ພ້ອມນັ້ນແຂວງກໍ່ອາດສາມາດເຊື່ອມຕໍ່ກັບບັນດາເຄືອຂ່າຍຂອງສວນສາທາລະນະທໍລະນີທົ່ວໂລກ ຢ່າງເລິກເຊິ່ງ ກວ້າງຂວາງ, ຮ່ວມມື ແລະ ແລກປ່ຽນບົດຮຽນປະສົບການກ່ຽວກັບການບໍລິຫານ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄູນຄ່າມໍລະດົກທຳມະຊາດຂອງມວນມະນຸດເພື່ອຮັບໃຊ້ການພັດທະນາແບບຍືນຍົງ. ທ່ານ Antonio De Sousa Abreu ຜູ້ອຳນວຍການຝ່າຍວິທະຍາສາດ, ຊີວະພາບ ແລະ ໜ່ວຍໂລກ ຖືວ່າ:
ບັນດາຄວາມມານະພະຍາຍາມ ແລະ ການອຸທິດສ່ວນຂອງ ຫວຽດນາມ ທີ່ສະຫງວນໃຫ້ແກ່ສວນສາທາລະນະທໍຈົ່ງແມ່ນສິ່ງທີ່ມີຄວາມໝາຍສຳຄັນທີ່ສຸດຍ້ອນວ່າປະຊາຄົມສວນສາທາລະນະທໍລະນີທົ່ວໂລກມຸ່ງໄປເຖິງການພັດທະນາແບບຍືນຍົງໂດຍຜ່ານການສົມທົບ ແລະ ເຊື່ອມຕໍ່ລະຫວ່າງການອະນຸລັກຮັກສາຊັບພະຍາກອນທຳມະຊາດ ກັບການພັດທະນາຂອງວົງຄະນະຍາດທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)