• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປຊ, ລັດເຊຍ, ການາດາ ຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi

ເຮືອບິນຂອງກະຊວງສຸກເສີນສະຫະພັນ ລັດເຊຍ ໄດ້ສົ່ງຈຳນວນເຄື່ອງອຸປະຖຳມະນຸດສະທຳກວ່າ 35 ລ້ານໂຕນມາ ຫວຽດນາມ ເພື່ອໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຈາກພາຍຸ Yagi.
ບັນດາແຂວງຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດແມ່ນ ອຽນບາຍ ແລະ ລາວກາຍ (ພາບ: TTXVN)

ວັນທີ 20 ກັນຍາ, ຫ້ອງການປະສານງານບັນດາບັນຫາມະນຸດສະທຳ (OCHA) ຂອງສະຫະປະຊາຊາດ ໄດ້ແຈ້ງໃຫ້ຊາບວ່າ, ໄດ້ສະໜອງຈຳນວນເງິນ 2 ລ້ານ USD ເພື່ອໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາຄວາມມານະພະຍາຍາມຮັບມືກັບການທຳລາຍໃນວົງກວ້າງຍ້ອນພາຍຸ Yagi ກໍ່ຂຶ້ນ. ແຈ້ງການຊີ້ແຈ້ງວ່າ, ບ້ວງເງິນອຸປະຖຳດັ່ງກ່າວຈະໄດ້ສົ່ງເຖິງອົງການສາກົນເພື່ອການເຄື່ອນຍ້ານຖິ່ນຖານ (IOM), ໂຄງການພັດທະນາສະຫະປະຊາຊາດ (UNDP) ແລະ ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ເພື່ອຕອບສະໜອງຄວາມຕ້ອງການໜູນຊ່ວຍໃນທັນທີຢູ່ບັນດາແຂວງຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດແມ່ນ ອຽນບາຍ ແລະ ລາວກາຍ.

        ຕອນຄ່ຳວັນທີ 20 ກັນຍາ, ເຮືອບິນຂອງກະຊວງສຸກເສີນສະຫະພັນ ລັດເຊຍ ໄດ້ສົ່ງຈຳນວນເຄື່ອງອຸປະຖຳມະນຸດສະທຳກວ່າ 35 ລ້ານໂຕນມາ ຫວຽດນາມ ເພື່ອໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຈາກພາຍຸ Yagi. ເຄື່ອງອຸປະຖຳດັ່ງກ່າວລວມມີ: ເຄື່ອງກະຈາຍໄຟຟ້າ, ຕຸບ, ທັນຍາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນ ແລະ ໄດ້ສົ່ງໄປແຂວງ ລາວກາຍ ໃນຕອນຄ່ຳວັນທີ 20 ກັນຍາ.

        ແລະກໍ່ໃນວັນດຽວກັນ, ສະຖານທູດ ການາດາ ປະຈຳ ຫວຽດນາມ ແຈ້ງໃຫ້ຊາບວ່າ, ການາດາ ໄດ້ໜູນຊ່ວຍຈຳນວນເງິນກວ່າ 10 ຕື້ດົ່ງເພື່ອໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ຫວຽດນາມ ຖືກຜົນສະທ້ອນຈາກສະພາບນ້ຳຖ້ວມ ແລະ ດິນເຊາະເຈື່ອນຮ້າຍແຮງຍ້ອນພາຍຸ Yagi ກໍ່ຂຶ້ນ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 20 ກັນຍາ, ຢູ່ນະຄອນຫຼວງ ໂຕກຽວ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ສົມທົບກັບສະມາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ຈັດພິທີສະຫຼຸບວຽກງານຮຽກຮ້ອງ, ຂົນຂວາຍການປະກອບສ່ວນໃຫ້ແກ່ພໍ່ແມ່ປະຊາຊົນຖືກຜົນເສຍຫາຍຍ້ອນພາຍຸ Yagi ກໍ່ຂຶ້ນ. ຢູ່ທີ່ນີ້, ສະມາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ໄດ້ປະກາດ ແລະ ຮັບຮູ້ຈຳນວນເງິນແຜ່ບໍລິຈາກແມ່ນໄດ້ກວ່າ 3,6 ຕື້ດົ່ງ (ກວ່າ 140.000 USD).

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ແລະ ຢ້ຽມຢາມທາງລັດຖະກິດ ກຸຍບາ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ແລະ ຢ້ຽມຢາມທາງລັດຖະກິດ ກຸຍບາ

ນີ້ເປັນຄັ້ງທຳອິດທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງສະມັດຊາໃຫຍ່ສະປະຊາຊາດໂດຍກົງ.

Top