• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ວຸ້ນສາຫຼ່າຍ ລອງຫາຍ-ຂອງຂວັນຫວຽດ ຈາກທຳມະຊາດ

ວຸ້ນສາຫຼ່າຍ ລອງຫາຍ ທ່ີມີສ່ວນປະກອບຈາກ ວັດຖຸດິບ ທຳ ມະຊາດຄື: ແໜທະເລຢູ່ພາກກາງ ແລະ ຕົ້ນບອນປ່າຢູ່ພາກ ເໜືອ ໄດ້ກາຍເປັນຂອງຕ້ອນ ເພື່ອນສະໜິດ ມິດສະຫາຍ ຂອງ ຄົນ ຫວຽດນາມ ໃນຊີວິດການເປັນຢູ່ປະຈຳວັນ. 
ສ້າງຕັ້ງແຕ່ປີ 2000, ເບື້ອງຕົ້ນມີເຄື່ອງຈັກຂະໜາດນ້ອຍ ແລະ ເຕັກໂນໂລຊີ ບໍ່ທັນສະໄໝ, ບໍລິສັດ ລອງຫາຍ ໄດ້ຜ່ານ ຜ່າຄວາມຫຍຸ້ງຍາກນາໆ ປະການ ເພື່ອພັດທະນາ ການຜະ ລິດ, ປ່ຽນແປງໃໝ່ຜະລິດຕະພັນ ແລະ ສ້າງລະບົບຈຳໜ່າຍ ຜະລິດຕະພັນ ທ່ີໝັ້ນຄົງ. ປັດຈຸບັນ, ລອງຫາຍ ມີໂຮງງານ ຜະລິດທ່ີ ທັນສະໄໝ ອັນດັບໜຶ່ງ ຢູ່ພາກເໜືອຫວຽດນາມ, ໃນກຸ່ມອຸດ ສາຫະກຳເລກ I-ຕາແສງ ຢາຊວຽນ, ເມືອງ ຢາ ລົກ, ແຂວງ ຫາຍເຢືອງ ດ້ວຍເນື້ອທີ່ 11.000 ຕະລາງແມັດ ແລະ ມີເງິນລົງທຶນເກືອບ 6 ລ້ານໂດລາ ສະຫະລັດ. ໂຮງ ງານຫຼັງນີ້ ໄດ້ປະກອບພາຫະນະຮັບໃຊ້ໃຫ້ ແກ່ການຜະລິດ ທີ່ທັນສະໄໝ ແລະ ຄົບວົງຈອນ, ນຳໃຊ້ລະບົບຄຸ້ມຄອງ ຄຸນ ນະພາບ ISO 22000 ດ້ວຍບັນດາຫ້ອງທົດລອງ, ກວດກາ ຄຸນນະພາບຜະລິດຕະພັນ ທີ່ທັນສະໄໝ. 

ຈາກຮ້ານຂາຍຍ່ອຍຜະລິດຕະພັນ ພຽງສອງສາມຮ້ານ ຢູ່ບັນ ດາແຂວງ, ເຖິງປີ 2019, ບໍລິສັດ ລອງຫາຍ ມີຮ້ານຂາຍ ຍ່ອຍ 40.000 ຮ້ານ, ມີສາຂາຈຳໜ່າຍກວ່າ 105 ແຫ່ງ ແລະ ພະນັກງານ ຂາຍເກືອບ 400 ຄົນ ໃນ 63 ແຂວງ, ນະ ຄອນ ໃນ ທົ່ວປະເທດ.  ກຳມະກອນ 1.000 ຄົນຂອງ ບໍລິສັດ ລອງ ຫາຍ ຕ້ອງເຮັດວຽກຢ່າງຕໍ່ເນື່ອງ ເພື່ອຜະລິດອອກມາວຸ້ນ ສາ ຫຼ່າຍ ໄດ້ປະມານ 200 ໂຕນຕໍ່ມື້, ນຳລາຍໄດ້ໃຫ້ແກ່ ບໍລິສັດ ປະມານ 1.000 ຕື້ດົ່ງຕໍ່ປີ. 


ເພື່ອບໍລິການຮັບໃຊ້ບຸນປີໃໝ່, ກຳມະກອນຂອງບໍລິສັດ ລອງ ຫາຍ ກວ່າ 1.000 ຄົນ ຕ້ອງເຮັດວຽກຢ່າງຕໍ່ເນື່ອງ ເພື່ອຮັບ ປະກັນຈຳນວນຜະລິດຕະພັນຈຳໜ່າຍອອກສູ່ຕະຫຼາດ.


ກຳມະກອນກວດກາ, ຄັດເລືອກ ຜະລິດຕະພັນ ວຸ້ນສາ ຫຼ່າຍ ທີ່ບໍ່ໄດ້ມາດຕະຖານອອກ. 


ກຳມະກອນຫຸ້ມຫໍ່ຜະລິດຕະພັນວຸ້ນສາຫຼ່າຍ ຮັບໃຊ້ໃຫ້ແກ່ ບຸນປີໃໝ່. 


ຕ່ອງໂສ້ການຜະລິດຂອງວຸ້ນສາຫຼ່າຍ ລອງຫາຍ ທ່ີທັນສະ ໄໝ, ທັງຮັບປະກັນຄວາມປອດໄພ ດ້ານສະບຽງອາຫານ. 


ຂັ້ນຕອນການຈຳແນກປະເພດຜະລິດຕະພັນ. 


ຫຼັງຈາກກາຍເປັນຜະລິດຕະພັນສຳເລັດຮູບ, ວຸ້ນສາຫຼ່າຍ ຈະໄດ້ສົ່ງໄປເຂດຫຸ້ມຫໍ່ແບບອັດຕະໂນມັດ.


ບັນດາກຳມະກອນ ພວມຫຸ້ມຫໍ່ຜະລິດຕະພັນ.


ພື້ນທ່ີ ສໍາລັບການ ຫຸ້ມຫໍ່ຜະລິດຕະພັນ ເພື່ອຂົນສົ່ງໄປບັນດາ ແຂວງ. 

ຜະລິດຕະພັນວຸ້ນສາຫຼ່າຍຂອງ ລອງຫາຍ ຄື: ນຳ້ສະຫຼ່າຍ ລອງຫາຍ, ວຸ້ນນົມສົ້ມ Natty, ວຸ້ນ Caramel Lapatie, ວຸ້ນສາຫຼ່າຍ ແບບດື່ມ Excite, ວຸ້ນສາຫຼ່າຍຍີ່ປຸ່ນ Kimiko… ລ້ວນແຕ່ເປັນຜະລິດຕະພັນ ທ່ີຊາວ ຫວຽດນາມ ນິຍົມບໍລິ ໂພກ ຢ່າງ ຫຼວງຫຼາຍ.

ຜະລິດຕະພັນ 4 ຢ່າງ ຄື: ວຸ້ນສາຫຼ່າຍ ລອງຫາຍ, ວຸ້ນນົມສົ້ມ Natty, ວຸ້ນ Caramel Lapatie, ວຸ້ນສາຫຼ່າຍແບບດື່ມ Excite ໄດ້ຮັບລາງວັນ ເຄື່ອງໝາຍການຄ້າລະດັບຊາດ ເມື່ອ ປີ 2018. 
ປີ 2019 ເປັນປີ ທ່ີບໍລິສັດລອງຫາຍ ມີການພັດທະນາ ຢ່າງ ເຂັ້ມແຂງ. ດ້ວຍຄໍາທ່ີວ່າ “ແຮ່ທາດທຳມະຊາດ ຈາກແໜ ທະ ເລ”, ລອງຫາຍ ໄປນຳໜ້າໃນການເຮັດໃຫ້ ແໜທະເລ ກາຍ ເປັນ ອາຫານພິເສດ ຂອງ ວຸ້ນ ຫວຽດນາມ. ໂຮງງານລອງ ຫາຍ ທີ່ແຂວງ ນິງຖ້ວນ ໄດ້ເກັບຊື້ແໜທະເລ ທີ່ມີຈາກ ທຳ ມະຊາດ ເພື່ອຜະລິດ ເປັນວຸ້ນຜົງ Carrageenan ບໍລິສຸດ ເພື່ອສະໜອງໃຫ້ ໂຮງງານຜະລິດ ວຸ້ນສາຫຼ່າຍ ທີ່ແຂວງ ຫາຍເຢືອງ. ວຸ້ນສາຫຼ່າຍ ທຸກຊະນິດ ຂອງ ລອງຫາຍ ໄດ້ນຳ ໃຊ້ແຮ່ທາດ ບໍລິສຸດຂອງແໜທະເລ, ສະນັ້ນຈະມີລົດຊາດ ທ່ີ ຫອມແຊບ ແລະ ດີຕໍ່ສຸຂະພາບ ຜູ້ບໍລິໂພກ. ວຸ້ນສາຫຼ່າຍ ລອງຫາຍ ຢຶດຄອງຕະຫຼາດພາຍໃນປະເທດ ດ້ວຍຜະລິດ ຕະພັນ ວຸ້ນສາຫຼ່າຍ ຫຼາຍຊະນິດຄື: ວຸ້ນສາຫຼ່າຍ ແບບດື່ມ Excite, ວຸ້ນສາຫຼ່າຍຍີ່ປຸ່ນ Kimiko, ວຸ້ນ ໝາກນອດ... ແລະ ກາຍເປັນຂອງຕ້ອນ ສໍາລັບເພື່ອນສະໜິດມິດ ສະຫາຍ ທ່ີຕິດ ພັນແຕ່ຄາວເຍົາໄວ. 

ຜະລິດຕະພັນວຸ້ນສາຫຼ່າຍ ຫຼັກ ຈຳນວນໜຶ່ງ ຂອງ ບໍລິສັດ ລອງຫາຍ: 








ທ່ານນາງ ຫງວຽນທິແຄ໋ງທ້ຽນ, ຜູ້ອໍານວຍການໃຫຍ່ ບໍລິສັດ ລອງຫາຍໃຫ້ຮູ້ວ່າ: ລອງຫາຍ ມີການປ່ຽນແປງໃໝ່ຢູ່ເລື້ອຍໆ ເພື່ອໃຫ້ຜະລິດຕະພັນມີຄວາມຊິນເຄີຍກັບ ຜູ້ບໍລິໂພກ. ພວກ ຂ້າພະເຈົ້າມີລະບົບ Long Hai Mart ຂາຍອອນລາຍ ຜ່ານ ທາງອິນເຕີເນັດ ແລະ ຮັບຟັງການປະກອບ ຄຳຄິດເຫັນກັບ ຈາກຜູ້ບໍລິໂພກໂດຍກົງ, ແຕ່ລະປີ, ບໍລິສັດ ໄດ້ສ້າງ ແຜນ ການເພື່ອດຶງດູດ ຜູ້ບໍລິໂພກຄື: ນາງ ງາມວຸ້ນ, ຄົ້ນຫາ ສັດສັກ ສິດໃຫຍ່-ຄົ້ນຫາໄຂ່ມັງກອນ...  ລອງຫາຍ ພວມພະຍາ ຍາມ ເພື່ອເປີດກວ້າງການສົ່ງຜະລິດຕະພັນ ອອກສູ່ຕ່າງ ປະ ເທດອີກດ້ວຍ.

ບໍລິສັດ ລອງຫາຍ ຈຳກັດ
ໂຮງງານຜະລິດ: ເຂດອຸດສາຫະກຳເລກ I, ຕາແສງ ຢາ ຊວຽນ, ເມືອງ ຢາລົກ, ແຂວງ ຫາຍເຢືອງ
ເບີໂທລະສັບ: 0220.3610 236 – 0220.3610 555.
ເວບໄຊ: www.thachlonghai.com.vn
ອີເມວ: contact@thachlonghai.com.vn
 

ບົດ: ບິກເວິນ - ພາບ: ແຄ໋ງລອງ

Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

Doveco ​ແມ່ນ​ວິ​ສາ​ຫະກິດ​ແຖວໜ້າໃນ​ຂົງ​ເຂດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຢູ່ ຫວຽດນາມ. ດ້ວຍ​ການ​ກໍ່ສ້າງ​ໂຮງ ງານ​ປຸງ​ແຕ່ງ​ຂະໜາດ​ໃຫຍ່ ​ແລະ ທັນ​ສະໄໝ​ທີ່​ສຸດ​ ​ຫວຽດນາມ ຢູ່ ຢາລາຍ, Doveco ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ຈະ​ເປີດ​ກວ້າງ​ຕະຫຼາດ, ​ຍົກສູງວົງເງິນການ​ສົ່ງ​ອອກ​ເທົ່າ​ນັ້ນ, ແຕ່​ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ​ໃຫ້​ແກ່​ຊາວ​ກະສິກອນ​ ນັບ​ໝື່ນ​ຄົນ​ຢູ່​ ໄຕງວຽນ ເມື່ອ​ເຂົ້າ​ຮ່ວມ​ລະບົບຕ່ອງໂສ້ ການຜະລິດ ແລະ ສະໜອງຜະລິດຕະພັນກະເສດ ໃຫ້ແກ່ ໂຮງງານ.

Top