ວັນບຸນໄດ້ຈັດຂຶ້ນເພື່ອແນໃສ່ໂຄສະນາບັນດາຄຸນຄ່າດ້ານວັດທະນະທຳ, ການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງທັງລອງ ຮ່າໂນ້ຍ, ເຊີດຊູຄວາມງາມ ແລະ ຄຸນຄ່າຂອງດອກບົວໃນຊີວິດດ້ານວັດທະນະທຳ ຫວຽດນາມ
ວັນບຸນດອກບົວຮ່າໂນ້ຍ 2026 ຈະຈັດຂຶ້ນແຕ່ວັນທີ 26 – 28 ມິຖຸນາ (ພາບ: ຄະນະຈັດຕັ້ງ)
ວັນບຸນດອກບົວຮ່າໂນ້ຍ 2026 ຢູ່ເຂດໜອງໂຮ່ໄຕ ແລະ ສະຖານທີ່ຈຳນວນໜຶ່ງໃນບໍລິເວນຕາແສງ ໄຕໂຮ່ ໂດຍພະແນກການທ່ອງທ່ຽວຮ່າໂນ້ຍ ສົມທົບກັບຄະນະກຳມະການປະຊາຊົນຕາແສງ ໄຕໂຮ່ ຈັດຂຶ້ນແຕ່ວັນທີ 26 – 28 ມິຖຸນາ. ວັນບຸນໄດ້ຈັດຂຶ້ນເພື່ອແນໃສ່ໂຄສະນາບັນດາຄຸນຄ່າດ້ານວັດທະນະທຳ, ການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງທັງລອງ ຮ່າໂນ້ຍ, ເຊີດຊູຄວາມງາມ ແລະ ຄຸນຄ່າຂອງດອກບົວໃນຊີວິດດ້ານວັດທະນະທຳ ຫວຽດນາມ, ພ້ອມທັງແນະນຳບັນດາຜະລິດຕະພັນຈາກດອກບົວ, ປະກອບສ່ວນພັດທະນາເສດຖະກິດ, ການທ່ອງທ່ຽວຂອງນະຄອນ.
ຕາມແຜນການແລ້ວ, ພິທີໄຂຈະດຳເນີນໃນຕອນຄ່ຳວັນທີ 26 ມິຖຸນາ ຢູ່ສວນສາທາລະນະ ລີຕື້ຈ້ອງ (ຖະໜົນຖຸຍເຄ, ໄຕໂຮ່). ໃນຂອບເຂດວັນບຸນ, ມີຫຼາຍບໍລິເວນວັດທະນະທຳ, ສິລະປະ ແລະ ລາຍການສຳພັດຈະໄດ້ຈັດຂຶ້ນຄື: ບໍລິເວນດອກບົວ - ຍອດຢ້ຽມ ແລະ ຊີວິດປະຈຳວັນ; ດອກບົວ - ສິລະປະ ແລະ ການປະດິດສ້າງ; ດອກບົວ - ການສະແດງ ແລະ ຊຸມຊົນ… ພ້ອມກັບການສະແດງສິລະປະ, ກິລາ ແລະ ການພົບປະແລກປ່ຽນຖ່າຍຮູບ. ຈຸດເດັ່ນຂອງງານບຸນແມ່ນບັນດາກິດຈະກຳວາງສະແດງ, ແນະນຳດອກບົວແນວພັນທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ ແລະ ຫຼາຍທ້ອງຖິ່ນໃນທົ່ວປະເທດ; ຫັດຖະກຳທໍຜ້າໄໝບົວ, ສິລະປະການແຕ້ມດອກບົວ…
(ແຫຼ່ງຄັດຈາກ VOV)