• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ທີ 11 ມິ​ຖຸ​ນາ ສະ​ພາ​ແຫ່ງ​ຊາດ ດຳ​ເນີນ​ບັ້ນ​ທີ 2 ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9, ພິ​ຈາ​ລະ​ນາ​ແຜນ​ໂຮມ​ແຂວງ​ເຂົ້າ​ກັນ

ຕາມລາຍການແລ້ວ, ຕອນເຊົ້າວັນທີ 11 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ດຳເນີນບັ້ນເຮັດວຽກທີ 2 ຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈົນຮອດວັນທີ 27 ມິຖຸນາ ຈຶ່ງອັດລົງ.
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)

ໃນຕອນເຊົ້າຂອງວັນດຽວກັນ, ສະພາແຫ່ງຊາດ ຮັບຟັງການສະເໜີຂອງລັດຖະບານ ກ່ຽວກັບການສັບຊ້ອນອົງການປົກຄອງຂັ້ນແຂວງ ປີ 2025 ໂດຍທ່ານນາງ ຟ້າມທິແທງຈ່າ ລັດຖະມົນຕີກະຊວງພາຍໃນສະເໜີ. ຫຼັງຈາກນັ້ນ, ສະພາແຫ່ງຊາດກໍໄດ້ຮັບຟັງບົດລາຍງານການກວດກາເນື້ອໃນດັ່ງກ່າວ.

        ຕາມໃບສະເໜີແຜນຂອງລັດຖະບານແລ້ວ, ທົ່ວປະເທດມີ 11 ແຂວງ, ນະຄອນ ໄດ້ຮັບການຮັກສາຄືເກົ່າ ແລະ ຈະໂຮມ 52 ແຂວງ, ນະຄອນເຂົ້າເປັນ 23 ແຂວງ, ນະຄອນໃໝ່. ພາຍຫຼັງດຳເນີນການສັບຊ້ອນແລ້ວນັ້ນ, ທົ່ວປະເທດຍັງເຫຼືອ 34 ແຂວງ, ນະຄອນ ເມື່ອທຽບໃສ່ 63 ແຂວງ, ນະຄອນຄືໃນປັດຈຸບັນ.

        ທ່ານ ເຈິ່ນຮ່ວາງເງິນ, ສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ, ຍົກອອກຄຳເຫັນວ່າ:

        “ບັນດາທ້ອງຖິ່ນໃນແຂວງຕ້ອງເປັນເອກະພາບການເຊື່ອມຕໍ່ເຊິ່ງກັນແລະກັນ, ຮັບປະກັນໃຫ້ບັນດາພື້ນຖານໂຄງລ່າງ ບໍ່ພຽງແຕ່ດ້ານຄົມມະນາຄົມເທົ່ານັ້ນ, ຫາກຍັງນັບທັງພື້ນຖານດີຈີຕອນ, ຕ້ອງມີແຫຼ່ງກຳລັງ ໃນນັ້ນສຳຄັນທີ່ສຸດແມ່ນແຫຼ່ງກຳລັງດ້ານການເງິນ. ສະນັ້ນ, ຂ້າພະເຈົ້າສະເໜີວ່າ ເມື່ອພິຈາລະນາກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ແຫຼ່ງກຳລັງທີ່ດິນທີ່ສະຫງວນໃຫ້ບັນດາທ້ອງຖິ່ນໃນໄລຍະ 2026  2030, ບັນດາແຂວງ, ນະຄອນລົງທຶນເຂົ້າພື້ນຖານໂຄງລ່າງດັ່ງກ່າວ.”

        ຕອນເຊົ້າວັນດຽວກັນ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮ່ວາບິ່ງ ໄດ້ສະເໜີຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບສູນການເງິນສາກົນຢູ່ ຫວຽດນາມ. ເມື່ອເຕື້ອງເຖິງບັນດາປັດໃຈຮັບປະກັນຜົນສຳເລັດຂອງສູນການເງິນສາກົນຢູ່ ຫວຽດນາມ, ທ່ານໃຫ້ຮູ້ວ່າ, ກົມການເມືອງໄດ້ມີແຜນນະໂຍບາຍ, ລັດຖະບານພວມຊີ້ນຳຢ່າງຂ້ຽວຂາດຕໍ່ການສ້າງສູນການເງິນສາກົນຢູ່ 2 ແຫ່ງ, ສ້າງເງື່ອນໄຂສະດວກຢ່າງສຸດຂີດຕໍ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນເຂົ້າຮ່ວມການພັດທະນາສູນການເງິນສາກົນ.

        ກໍໃນຕອນເຊົ້າຂອງວັນດຽວກັນ, ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີ, ກວດກາກ່ຽວກັບສູນການເງິນສາກົນຢູ່ ຫວຽດນາມ ແລະ ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍສະບັບອື່ນໆທີ່ກ່ຽວຂ້ອງເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

        ໃນຕອນບ່າຍ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການແກ້ໄຂການລະເມີດບໍລິຫານ ແລະ ຮ່າງມະຕິວ່າດ້ວຍການຍົກເວັ້ນພາສີນຳໃຊ້ທີ່ດິນກະສິກຳ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top