ກອງປະຊມຄັ້ງທີ 2 ຂອງຄະນະປະຈຳສະພາແຫ່ງຊາດຈະໄດຳເນີນໃນຕອນເຊົ້າວັນທີ 11 ພຶດສະພາ 2026, ຢູ່ຫ້ອງປະຊຸມ ເຕິນຈ່າວ, ຫໍສະພາແຫ່ງຊາດ. ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ກ່າວໄຂກອງປະຊຸມ.
ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະບັນຍັດວ່າດ້ວຍການໂຮມເອກະສານນິຕິກຳເຂົ້າກັນ.
ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາບົດລາຍງານກ່ຽວກັບວຽກງານຮັບຟັງປະຕິບັດຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ເດືອນ ມີນາ ແລະ ເດືອນ ເມສາ ປີ 2026 ຂອງສະພາແຫ່ງຊາດ.
ໃນກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດຈະສະຫຼຸບກອງປະຊຸມຄັ້ງປະຖົມມະລຶກ ແລະ ປະກອບຄຳເຫັນໃນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI.
(ແຫຼ່ງຄັດຈາກ VOV)