• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ຄອບ​ຄົວ ອາ​ຊຽນ 2024 ຢູ່​ນິວ​ຢອກ: ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ ແລະ ຈິດ​ໃຈ​ປະ​ຊາ​ຄົມ

ເຫດການວັນຄອບຄົວອາຊຽນ ປີ 2024 ດ້ວຍຄວາມມານະພະຍາຍາມປະສານງານຂອງຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ, ເຊິ່ງເປັນປະເທດປະທານຄະນະກຳມະການອາຊຽນ ປະຈຳ ນິວຢອກ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ

ວັນຄອບຄົວ ອາຊຽນ 2024 ໂດຍຄະນະຜູ້ຕາງໜ້າປະຈຳ ສປຊ ບັນດາປະເທດສະມາຊິກ ອາຊຽນ ແລະ ຜູ້ສັງເກດການ ຕີມໍແລັດເຕີ ຈັດຂຶ້ນໃນວັນທີ 22 ມິຖຸນາ ຢູ່ນິວຢອກ, ອາເມລິກາ ໄດ້ດຶງດູດການເຂົ້າຮ່ວມຂອງພະນັກງານ, ພາລະກອນ ແລະ ສະມາຊິກໃນຄອບຄົວ ບັນດາອົງການຕາງໜ້າ 11 ປະເທດກ່ວາ 1000 ຄົນ ພ້ອມກັບບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຈີນ ແລະ ອົດສະຕາລີ ເຂົ້າຮ່ວມ.

ທີ່ເຫດການ ມີຫຼາຍການເຄື່ອນໄຫວພົບປະແລກປ່ຽນແຂ່ງຂັນກິລາ ແລະ ວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງບັນດາປະເທດ, ຜ່ານນັ້ນ ຮັດແໜ້ນນ້ຳໃຈສາມັກຄີ ແລະ ຈິດໃຈປະຊາຄົມອາຊຽນ ຢູ່ນິວຢອກ. ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຄ້ວາໄດ້ຫຼາຍລາງວັນໃນບັນດາການແຂ່ງຂັນໃຫ້ແກ່ຜູ້ໃຫຍ່ ແລະ ເດັກນ້ອຍ.

ເຫດການວັນຄອບຄົວອາຊຽນ ປີ 2024 ດ້ວຍຄວາມມານະພະຍາຍາມປະສານງານຂອງຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ, ເຊິ່ງເປັນປະເທດປະທານຄະນະກຳມະການອາຊຽນ ປະຈຳ ນິວຢອກ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງຄວາມປະທັບໃຈ ແລະ ອະນຸສອນທີ່ດີງາມໃນຈິດໃຈຂອງຜູ້ເຂົ້າຮ່ວມ, ປະກອບສ່ວນຢ່າງແທດຈິງ ເຂົ້າໃນການປັບປຸງພາບພົດ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບປະຊາຄົມ ອາຊຽນ “ເປັນເອກະພາບໃນລັກສະນະຫຼາຍຮູບຫຼາຍສີ”.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ວັນທີ 27 ກັນຍາ, ຫວຽດນາມ ແລະ ກຸຍບາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ໃນໄລຍະໃໝ່.

Top