• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ໃຫ້​ສະ​ດວກ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ

ຕອນບ່າຍວັນທີ 7 ມິຖຸນາ, ທ່ານ ຫງວຽນວັນຖັ໊ງ ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບກຸ່ມບັນຫາຂຶ້ນກັບຂົງເຂດຄົມມະນາຄົມ - ຂົນສົ່ງ.
  ທ່ານ ຫງວຽນວັນຖັ໊ງ ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ (ພາບ: VOV)  

ວາລະຊັກຖາມໄດ້ດຳເນີນຢູ່ຫໍສະພາແຫ່ງຊາດ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມຊຸດທີ XV. ນີ້ແມ່ນຄັ້ງທຳອິດທ່ານລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງຕອບຄຳຊັກຖາມຕໍ່ໜ້າສະພາແຫ່ງຊາດ.

ຂຶ້ນຕົ້ນວາລະຊັກຖາມ, ທ່ານລັດຖະມົນຕີ ຫງວຽນວັນທັ້ງໃຫ້ຮູ້ວ່າ ຂະແໜງໄດ້ຜັນຂະຫຍາຍບັນດາໜ້າທີ່ຢ່າງທັນການໂດຍພື້ນຖານ, ການປ່ອຍເງິນລົງທຶນສາທາລະນະບັນລຸກ່ວາ 96% ແຜນການ. ຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການພື້ນຖານໄດ້ຮັບການຮັບປະກັນດ້ວຍເສັ້ນທາງດ່ວນ 566 ກີໂລແມັດ ໄດ້ນຳເຂົ້າເຄື່ອນໄຫວ ແຕ່ຕົ້ນອາຍຸການ, ຍົກຍອດຈຳນວນຄວາມຍາວເສັ້ນທາງດ່ວນໃນທົ່ວປະເທດຂຶ້ນເຖິງ 1.700 ກີໂລແມັດ. ການລົງທຶນກໍ່ສ້າງບັນດາເສັ້ນດ່ວນຕາມໂຄງການຟື້ນຟູເສດຖະກິດພວມໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ມີບາງໂຄງການຈະລົງມືກໍ່ສ້າງໃນທ້າຍເດືອນມິຖຸນານີ້ ຕາມແຜນການ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top