• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການພັດທະນາການພົວພັນກັບ ຫວຽດນາມ

ການພົວພັນ ຫວຽດນາມ - ລາວ ໃນໄລຍະຜ່ານມາ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ໃນນັ້ນ ການພົວພັນດ້ານການເມືອງນັບມື້ນັບສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈ
(ທີ່ກ​ານ​ພົບ​ປະກັບຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ)

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ລາວ, ວັນ​ທີ 31 ມີ​ນາ, ທ່ານ ຫງວຽນ​ແມ້ງ​ເກື່ອງ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ການ​ພົ​ບ​ປະ​ກັບ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິ​ການ; ຫົວ​ໜ້າ​ຄະ​ນະ​ຈ​ັດ​ຕັ້ງ​ສູນ​ກາງ; ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ແລະ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລາວ.

ທີ່​ບັນ​ດາ​ການ​ພົບ​ປະ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ແມ້ງ​ເກື່ອງ ໃຫ້​ຮູ້​ວ່າ ການ​ພົວ​ພັນ ຫວຽດ​ນາມ - ລາວ ໃນ​ໄລ​ຍະ​ຜ່ານ​ມາ ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ, ໃນ​ນັ້ນ ການ​ພົ​ວ​ພັນ​ດ້ານ​ກາ​ນ​ເມືອງ​ນັບ​ມື້​ນັບ​ສະໜິດ​ຕິດ​ພັນ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ; ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ ໄດ້​ຮັບ​ການ​ປັບ​ປຸງ​ຢ່າງບໍ່​ຢຸດຢັ້ງ; ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ​ບັນ​ລຸ​ໝາກ​ຜົນ​ແທດ​ຈິງ​ຫຼາຍ​ຢ່າງ; 2 ຝ່າຍ​ໄດ້​ສົມ​ທົບ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສ​ູງ, ພິ​ເສດ​ແມ່ນ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຈຸດ​ສຸມ.

ສ່ວນ​ຝ່າຍ​ ລາວ, ການ​ນຳ ລາວ ຢືນ​ຢັນ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ຫວຽດ​ນາມ. 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມືໃນ​ຫຼາຍ​ຂົງ​ເຂດ​ຫຼັກ​ແຫຼ່ງ, ປະ​ກ​ອບ​ສ່ວນ​ເພີ່ມ​ທະ​ວີ ແລະ ເພີ​່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ​ຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ.

(ແຫຼ່ງຄັດຈາກ VOV)

ວຽກງານບຸກຄະລາກອນຍື່ນສະເໜີຕໍ່ສະພາແຫ່ງຊາດ ຕ້ອງໄດ້ຮັບການກະກຽມຢ່າງເຂັ້ມງວດ, ລະມັດລະວັງ

ວຽກງານບຸກຄະລາກອນຍື່ນສະເໜີຕໍ່ສະພາແຫ່ງຊາດ ຕ້ອງໄດ້ຮັບການກະກຽມຢ່າງເຂັ້ມງວດ, ລະມັດລະວັງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ ບັນດາຮ່າງກົດໝາຍ ແລະ ມະຕິທີ່ນຳເຂົ້າໃນລາຍການກອງປະຊຸມ ຕ້ອງຖືເລື່ອງຄຸນນະພາບເປັນແຖວໜ້າ

Top