• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ຖະແຫຼງສະໜັບສະໜູນຂໍ້ສະເໜີຢຸດຍິງຢູ່ ຢູແກຼນ

ລັດເຊຍ ເຫັນດີຕໍ່ຂໍ້ຕົກລົງຢຸດຍິງ, ເຖິງຢ່າງໃດກໍ່ຕາມ ສິ່ງນັ້ນຕ້ອງຮັບປະກັນນຳມາເຊິ່ງສັນຕິພາບຢ່າງຍາວນານ ແລະ ລົບລ້າງສາຍເຫດເກີດການປະທະກັນຢ່າງເຖິງກົກເຖິງປາຍ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Reuters)

ນີ້ແມ່ນຄຳຖະແຫຼງທີ່ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍົກອອກມາ ທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງດຳເນີນການເຈລະຈາກັບທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ໃນວັນທີ 13 ມີນາ. ທ່ານ Putin ຖືວ່າ, ແນວຄິດເລື່ອງຢຸດຍິງແມ່ນຖືກຕ້ອງ, ແຕ່ມີຫຼາຍບັນຫາຕ້ອງໄດ້ປຶກສາຫາລືຕື່ມອີກ. ຕາມທ່ານແລ້ວ, ລັດເຊຍ ແລະ ອາເມລິກາ ຕ້ອງແລກປ່ຽນກ່ຽວກັບບັນຫາດັ່ງກ່າວ ແລະ ທ່ານອາດຈະໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump ເພື່ອປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງເລື່ອງຢຸດຍິງ.

ສ່ວນຝ່າຍທຳນຽບຂາວ, ໃນບົດກ່າວປາໄສວັນທີ 13 ມີນາ, ທີ່ການພົບປະກັບທ່ານເລຂາທິການໃຫຍ່ ນາໂຕ Mark Rutte, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ, ອາເມລິກາ ພວມຊຸກຍູ້ຂໍ້ຕົກລົງຢຸດຍິງລະຫວ່າງ ລັດເຊຍ ແລະ ຢູແກຼນ.

“ພວກຂ້າພະເຈົ້າໄດ້ຮັບບັນດາຂໍ້ມູນທີ່ວ່າ ທຸກສິ່ງທຸກຢ່າງຢູ່ ລັດເຊຍ ຍັງດຳເນີນເປັນປົກກະຕິ, ແຕ່ສິ່ງນັ້ນຈະບໍ່ມີຄວາມໝາຍຫຍັງ ຈົນກວ່າຈະຮອດເວລາທີ່ພວກຂ້າພະເຈົ້າຮູ້ໝາກຜົນສຸດທ້າຍ. ປະຈຸບັນ, ຄະນະຜູ້ແທນຂອງ ອາເມລິກາ ພວມມີການປືກສາຫາລືຢ່າງເຂັ້ມງວດກັບທ່ານປະທານາທິບໍດີ Putin ແລະ ບັນດາທ່ານອື່ນ, ແລະ ຫວັງວ່າ, ບັນດາຝ່າຍລ້ວນແຕ່ຢາກຢຸດຕິການປະທະກັນ”.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top