• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະ​ດົມ​ແຫຼ່ງກຳ​ລັງ ແມ່ນ​ບັນ​ຫາ​ສຳ​ຄັນ​ທີ່​ສຸດ ເພື່ອ​ຜັນ​ຂະ​ຫຍາຍ​ການ​ວາງ​ແຜນ​ຜັງ ເກີນ​ເທິ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກ ວ່າການວາງແຜນຜັງມີບົດບາດສຳຄັນທີ່ສຸດໃນການພັດທະນາປະເທດເວົ້າລວມ ກໍ່ຄືຂອງແຕ່ລະທ້ອງຖິ່ນເວົ້າສະເພາະ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 10 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ກອງປະຊຸມປະກາດການວາງແຜນຜັງ ແລະ ສົ່ງເສີມການລົງທຶນນະຄອນ ເກິ່ນເທີ. ການວາງແຜນຜັງນະຄອນເກິນເທີ ໃນໄລຍະ 2021 – 2030, ວິໄສທັດຮອດປີ 2050 ກຳນົດຮອດປີ 2030, ເກິ່ນເທີແມ່ນເຂດທີ່ມີຄວາມສາມາດບົ່ມຊ້ອນໃນການເຕີບໂຕຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຮອດປີ 2050, ເກິ່ນເທີ ຂຶ້ນກັບກຸ່ມບັນດານະຄອນພັດທະນາດີພໍສົມຄວນຢູ່ ອາຊີ, ກາຍເປັນນະຄອນອັດສະລິຍະ ເປັນໜ້າດຳລົງຊີວິດຢູ່ ຫວຽດນາມ.

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກ ວ່າການວາງແຜນຜັງມີບົດບາດສຳຄັນທີ່ສຸດໃນການພັດທະນາປະເທດເວົ້າລວມ ກໍ່ຄືຂອງແຕ່ລະທ້ອງຖິ່ນເວົ້າສະເພາະ. ເພື່ອຜັນຂະຫຍາຍການວາງແຜນຜັງໃຫ້ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຕັກເຕືອນທາງນະຄອນ ເກິ່ນເທີ ຕ້ອງຜັນຂະຫຍາຍບັນດາໜ້າທີ່ທີ່ມີຈຸດສຸມ, ໃນນັ້ນ ບັນຫາສຳຄັນທີ່ສຸດແມ່ນລະດົມແຫຼ່ງກຳລັງ ດ້ວຍກຳລັງແຮງພາຍໃນແມ່ນ ພື້ນຖານ, ຍຸດທະສາດ, ຍາວນານ ແລະ ຕັດສິນໃຈ.

ສຳລັບປະຊາຄົມວິສາຫະກິດ, ນັກລົງທຶນ, ທ່ານນາຍົກລັດຖະມົນຕີ ສະເໜີຕ້ອງມີຍຸດທະສາດດຳເນີນທຸລະກິດຍາວນານ, ຍືນຍົງ, ປະຕິບັດຢ່າງຖືກຕ້ອງຕາມຄຳໝັ້ນສັນຍາລົງທຶນ, ຂໍ້ຕົກລົງຮ່ວມມື, ປະຕິບັດຕາມກົດໝາຍ…

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນເກິ່ນເທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ວິງແທັງ, ນະຄອນເກິ່ນເທີ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XV.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top