​ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: VOV)  

“ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ ແລະ ​ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ຕໍ່​ສັນ​ຕິ​ພາບ​, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ”. ສິ່ງ​ດັ່ງ​ກ່າວ ໂດຍ​ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ​ຢັ້ງ​ຢືນ​ໃນ​ວັນ​ທີ 1 ມິ​ຖຸ​ນາ, ເມື່ອຕອບ​ສຳ​ພາດ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ຢ້ຽມ​ຢາມ ໄທ, ສິງ​ກະ​ໂປ, ຟີ​ລິບ​ປິນ, ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ປາ​ໄສທີ່​ກອງ​ປະ​ຊຸມ Shangri-la ຂອງ​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​(ແຕ່​ວັນ​ທີ 27 ພຶດ​ສ​ະ​ພາ​ຫາ​ວັນ​ທີ 1 ມິ​ຖຸ​ນາ). ຕາມ​ທ່ານ ເລ​ຮ​ວ່າຍ​ຈູງ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫວຽດ​ນາມ ແລ້ວ, ໃນ​ບັນ​ດາ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້,​ການ​ນຳ ຫວຽດ​ນາມ, ໄທ, ສິງ​ກະ​ໂປ ແລະ ຟີ​ລິບ​ປິນ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສ້າງ​ຕັ້ງ​ບັນ​ດາ​ກົນ​ໄກ​ໃໝ່, ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ການ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ; ປັບ​ປຸງ​ຮອບ​ດ້ານ, ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ປະ​ສິດ​ທິ​ຜົນ​ກັບ​ສາມ​ປະ​ເທດ​ໃນ​ທຸກ​ຊ່ອງ​ທາງ ພັກ, ລັດ, ສະ​ພາ​ແຫ່ງ​ຊາດ ແລະ ການພົບ​ປະແລກ​ປ່ຽນ​ປະ​ຊາ​ຊົນ. ພ້ອມ​ດຽວ​ກັນ​ນັ້ນ, ເພີ່ມ​ທະ​ວີ​ຄວາມ​ຜູກ​ພັນ, ຮ່ວມ​ສຳ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ແລະ ລະ​ຫວ່າງບັນ​ດາ​ປະ​ເທດ ອ​າ​ຊຽນ… ຜົນ​ສຳ​ເລັດ​ຂອງ​ການ​ຢ້ຽມ​ຢາມ ກໍ​ແມ່ນ​ພະ​ຍານຫຼັກຖານ​ທີ່​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ການ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ, ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ປະ​ກອບ​ສ່ວນ ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ລວມ​ຂອງ​ສາ​ກົນ​.

ຈຸດ​ເດັ່ນທີ່​ສຳ​ຄັນ ແມ່ນ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໃນ​ກອງ​ປະ​ຊຸມ Shangri-la ໄດ້​ສະ​ແດງ​ໃຫ​້​ເຫັນ​ຢ່າງ​ຈະ​ແຈ້ງ​ທັດ​ສະ​ນະ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ສະ​ພາບ​ການ​ໂລກ​ໃນ​ປັດ​ຈຸ​ບັນ; ສື​ບ​ຕໍ່​ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ກັບ​ບັນ​ດາ​ປ​ະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ, ສະ​ແດງ​ໃຫ​້​ເຫັນ​ບົດ​ບາດ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ໃນ​ການ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເພີ່ມ​ທະ​ວີ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ; ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈ​ະ​ແຈ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ດ້ວຍ​ຖາ​ນະ​ເປັນ​ສະ​ມາ​ຊິ​ກ​ທີ່ມ​ີ​ຄວາມ​ຮັບ​ຜິດ​ຊອບ, ​ມີອິດ​ທິ​ພົນ​ຊື່​ສຽງ​ໃນ​ບັນ​ດາ​ບັນ​ຫາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ແລະ ທົ່ວ​ໂລກ.