• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ຕໍ່​ວິ​ວັດ​ການ​ກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ

ເປົ້າ​ໝາຍ​ລຸ​ລ່ວງ​ຂອງ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ແມ່ນ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ​ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຮັກ​ສາ​ຄວາມ​ສາ​ມັກ​ຄີ.
  ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ດັ້ງ​ຮ່​ວາງ​ຢາງ​ (ພາບ: TRÀ NGUYỄN )  
ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຟີ​ລິບ​ປິນ Ferdinand Romualdez Marcos Jr, ປະ​ທານ​ອາ​ຊຽນ 2026, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງທີ 48 ຢູ່ Cebu, Philippines ແຕ່​ວັນ​ທີ 7 – 8 ພຶດ​ສະ​ພາ. ຕາມ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ດັ້ງ​ຮ່​ວາງ​ຢາງ​ແລ້ວ, ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນ ອາ​ຊຽນ ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ຍຸດ​ທ​ະ​ສາດ​ແຖວ​ໜ້າ​ໃນ​ສັງ​ລວມ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ. ນີ້​ກໍ່​ແມ່ນ​ສານ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ຕໍ່​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ, ດ້ວຍ​ຈິດ​ໃຈ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ປະ​ກອບ​ສ່ວນ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນເຂົ້າໃນ​ວຽກ​ງານ​ລວມ​ຂອງ ອາ​ຊຽນ. ເປົ້າ​ໝາຍ​ລຸ​ລ່ວງ​ຂອງ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ແມ່ນ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ​ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຮັກ​ສາ​ຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ຕໍ່​ບັນ​ດາ​ສິ​່ງ​ທ້າ​ທາຍ​ພວມ​ພົ້ນ​ເດັ່ນ​ຂຶ້ນ.

(ແຫຼ່ງຄັດຈາກ VOV)

ເປັນ​ຄັ້ງ​ທຳ​ອິດ​ການ​ກຳ​ນົດ​ຊື່​ແລະນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໄດ້​ຫັນ​ເປັນ​ຍຸດ​ທະ​ນາ​ການ ​ລະ​ດັບ​ຊາດ

ເປັນ​ຄັ້ງ​ທຳ​ອິດ​ການ​ກຳ​ນົດ​ຊື່​ແລະນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໄດ້​ຫັນ​ເປັນ​ຍຸດ​ທະ​ນາ​ການ ​ລະ​ດັບ​ຊາດ

ການ​ປຸກ​ລະ​ດົມ​ຍຸດ​ທະ​ນາ​ການ 500 ວັນ​ແລະ ຄືນ ບໍ່​ພຽງ​ແຕ່​ແມ່ນ​ຂໍ້​ລິ​ເລີ່ມ​​ການກະ​ທຳ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ທົ່ວ​ລະ​ບົບ​ການ​ເມືອງ.

Top