• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມື້​ເຮັດ​ວຽກ​ທຳ​ອິດ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 10 ຂອງ ຄະ​ນະ​ບໍ​ລິ​ການ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ກອງປະຊຸມຄັ້ງທີ 10 ຂອງ ຄະນະບໍລິການຫານງານສູນກາງພັກຊຸດທີ XIII ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 18 ກັນຍາ 2024 ຢູ່ນະຄອນຫຼວງ ຮ່າໂນ້ຍ.
ໄຂ ກອງປະຊຸມຄັ້ງທີ 10 ຂອງ ຄະນະບໍລິການຫານງານສູນກາງພັກຊຸດທີ XIII (ພາບ: TTXVN)

ຕອນເຊົ້າ, ຄະນະບໍລິຫານງານສູນການພັກໄດ້ເຮັດວຽກຢູ່ຫໍປະຊຸມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕາງໜ້າກົມການເມືອງບໍລິຫານກອງປະຊຸມ. ສູນກາງໄດ້ສະຫງວນໜຶ່ງນາທີ ກົ້ມຫົວອາໄລຫາພໍ່ແມ່ປະຊາຊົນ, ນັກຮົບທີ່ເສຍຊີວິດຍ້ອນອະບັດຕິເຫດ, ໄພຕ່າງໆ ແລະ ບໍລິຈາກໜູນຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍໂດຍພາຍຸ Yagi ກໍ່ຂຶ້ນ. ທ່ານ ເລືອງເກືອງ, ຜູ້ປະຈຳການຄະນະເລຂາທິການຕາງໜ້າກົມການເມືອງ, ລາຍງານກ່ຽວກັບລາຍການກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນປະທານ, ກ່າວຄຳເຫັນໄຂກອງປະຊຸມ.

ພາຍຫຼັງພິທີໄຂ, ຄະນະບໍລິຫານງານສູນກາງພັກໄດ້ເຮັດວຽກເປັນກຸ່ມເພື່ອປຶກສາຫາລືກ່ຽວກັບຮ່າງບົດລາຍງານການເມືອງຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ; ບົດລາຍງານສະຫຼຸບບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບພາລະກິດແຫ່ງການປ່ຽນແປງໃໝ່ຕາມການກຳນົດທິດສັງຄົມນິຍົມໃນໄລຍະ 40 ປີຜ່ານມາຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ວັນທີ 17 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ອົບພະຍົບ ແລະ ຊາວຕ່າງດ້າວ ອີຢິບ Badr Abdelatty.

Top