ງານມະໂຫລານຟິມຮູບເງົາສັ້ນນະຄອນ ໂຮ່ຈີມິນ ຄັ້ງທີ 2 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 6 ມິຖຸນາ ຢູ່ໂຮງລະຄອນນະຄອນ, ດ້ວຍຫົວຂໍ້ “ປຸກລຸກກຳລັງປະດິດຄິດສ້າງໜຸ່ມ- ສ້າງສານະຄອນຮູບເງົາ”.
ຄະນະຈັດຕັ້ງມອບດອກໄມ້ໃຫ້ແກ່ຄະນະກຳມະການ
ໃນກະແສຟອງອັນຄຶກຄື້ນຂອງຊີວິດທາງດ້ານວັດທະນະທຳ - ສິລະປະ, ງານມະໂຫລານຟິມຮູບເງົາສັ້ນນະຄອນ ໂຮ່ຈີມິນ ຄັ້ງທີ 2 ບໍ່ພຽງແຕ່ແມ່ນເວທີປະດິດຄິດສ້າງສຳລັບຜູ້ເຮັດຮູບເງົາເທົ່ານັ້ນ ຫາກຍັງປຸກລຸກຄວາມເອກອ້າງທະນົງໃຈກ່ຽວກັບນະຄອນ ທີ່ໃສ່ຊື່ປະທານ ໂຮ່ຈີມິນ ແລະ ສົ່ງແຮງບັນດານໃຈໃຫ້ແກ່ຄວາມຄາດຫວັງບືນຕົວຂຶ້ນ, ພັດທະນາໃນສັງກາດໃໝ່ຂອງປະເທດຊາອີກດ້ວຍ.
ງານມະໂຫລານຟິມຮູບເງົາສັ້ນນະຄອນ ໂຮ່ຈີມິນ ຄັ້ງທີ 2 ໄດ້ດຳເນີນໃນລະຫວ່າງວັນທີ 6 – 8 ມິຖຸນາ, ດຶງດູດການເຂົ້າຮ່ວມການເສັງຂອງກວ່າ 100 ຜົນງານ ໃນບັນດາປະເພດທີ່ແຕກຕ່າງກັນ ທີ່ມາຈາກຫຼາຍແຂວງ, ນະຄອນໃນທົ່ວປະເທດ. ຜ່ານເຫດການ, ນະຄອນ ໂຮ່ຈີມິນ ຕັ້ງຄວາມຫວັງວ່າ ຈະສ້າງກາລະໂອກາຕື່ມອີກ ເພື່ອໃຫ້ບັນດາຜູ້ຜະລິດຟິມຮູບເງົາໜຸ່ມ ພັດທະນາຄວາມສາມາດທາງດ້ານວິຊາການ, ເປີດກວ້າງການຮ່ວມມືສາກົນ ແລະ ຍົກສູງຄວາມສາມາດເຂົ້າເຖິງຮູບເງົາຂອງຊຸມຊົນ.
(ແຫຼ່ງຄັດຈາກ VOV)