ເລື່ອງປະກາດມະຕິເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດພາກເອກະຊົນແມ່ນມີຄວາມຈຳເປັນທີ່ສຸດ.
ທ່ານ ຟານດຶກຮຽວ, ສະມາຊິກສະພາແຫ່ງຊາດ, ນັກຊ່ຽວຊານດ້ານເສດຖະກິດ (ພາບ: VGP)
ພາຍຫຼັງ 2 ຂີດໝາຍບຸກທະລຸແມ່ນ ຮັບຮອງເຂດເສດຖະກິດພາກເອກະຊົນ ແລະ ມອບສິດດຳເນີນທຸລະກິດ, ມະຕິເລກທີ 68 ຂອງກົມການເມືອງ ປະກາດໃນວັນທີ 04 ພຶດສະພາ ຜ່ານມາ, ໄດ້ກາຍເປັນບາດກ້າວບຸກທະລຸທີ 3 ຊ່ວຍເຂດເສດຖະກິດພາກເອກະຊົນມີການປ່ຽນແປງດ້ານຄຸນນະພາບ.
ເມື່ອແລກປ່ຽນທີ່ການໂອ້ລົມສົນທະນາ “ເພື່ອໃຫ້ເສດຖະກິດພາກເອກະຊົນບຸກທະລຸຕາມມະຕິເລກທີ 68 - ບັນດາວຽກງານຕ້ອງເຮັດໃນທັນທີ” ໂດຍປະຕູຖານຂໍ້ມູນເອກເລັກໂຕນິກລັດຖະບານ ຈັດຂຶ້ນໃນຕອນບ່າຍວັນທີ 09 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານ ຟານດຶກຮຽວ, ສະມາຊິກສະພາແຫ່ງຊາດແຂວງ ທາຍບິ່ງ ຖືວ່າ, ເລື່ອງປະກາດມະຕິເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດພາກເອກະຊົນແມ່ນມີຄວາມຈຳເປັນທີ່ສຸດ.
“ເມື່ອຄົ້ນຄວ້າມະຕິເລກທີ 68, ຂ້າພະເຈົ້າເຫັນວ່າ ຂໍ້ກຳນົດໃດບໍ່ໄດ້ດີກໍ່ຈະຍົກເລີກ. ສິ່ງນີ້ແມ່ນມີຄວາມແຕກຕ່າງກັບເມື່ອກ່ອນນີ້ ແລະ ຄືກັນກັບບົດຮຽນການປະຕິຮູບລະບອບລະບຽບການຢູ່ຫຼາຍປະເທດ. ພວກເຮົາຕ້ອງເຂົ້າໃຈວ່າ ບໍ່ພຽງແຕ່ລະບຽບການບໍລິຫານເທົ່ານັ້ນ, ຖ້າຫາກກົດໝາຍ, ມະຕິໃດບໍ່ຈຳເປັນ, ຕ້ອງຍົກເລີກທັງກົດໝາຍ, ທັງມະຕິ, ຫຼຸດຜ່ອນລະບຽບກົດໝາຍ… ”
(ແຫຼ່ງຄັດຈາກ VOV)