ຕາມທ່ານ Surathat Thajasuro, ທີ່ປຶກສາກອງທຶນ ພະໄຕປິດກໍບາລີ ສາກົນແລ້ວ, ໄທ ແລະ ຫວຽດນາມ ໄດ້ແບ່ງປັນບັນດາມໍລະດົກວັດທະນະທຳລວມ ແລະ ຕ່າງກໍ່ມີຈິດໃຈຮັກຫອມສັນຕິພາບ.
ພິທີມອບຮັບພະໄຕປິດກໍບາລີ ສາກົນ (ພາບ: VOV)
ວັນທີ 20 ເມສາ, ຢູ່ວັດ ຮຶງແທັງ, ແຂວງ ນະຄອນພະນົມ (ໄທ), ໄດ້ດຳເນີນພິທີມອບຮັບ ພະໄຕປິດກໍບາລີ ສາກົນ ສະບັບອອກປີ 2025 ໂດຍພະບໍລົມວົງສານຸວົງ ໄທຮຽບຮຽງໃຫ້ແກ່ ສາສະໜາພູດນິກາຍຫີຣະຍານແຫ່ງປະເທດໄທ, ກະກຽມການມອບໃຫ້ລັດຫວຽດນາມ ຢ່າງເປັນທາງການ.
ຕາມທ່ານ Surathat Thajasuro, ທີ່ປຶກສາກອງທຶນ ພະໄຕປິດກໍບາລີ ສາກົນແລ້ວ, ໄທ ແລະ ຫວຽດນາມ ໄດ້ແບ່ງປັນບັນດາມໍລະດົກວັດທະນະທຳລວມ ແລະ ຕ່າງກໍ່ມີຈິດໃຈຮັກຫອມສັນຕິພາບ. ດ່ັງນັ້ນ, ພະໄຕປິດກໍບາລີ ນີ້ຈະມີສັນຍາລັກຢ່າງເຂັ້ມແຂງຂອງນ້ຳໃຈມິດຕະພາບ, ຊຸກຍູ້ຄວາມ ເຂົ້າໃຈເຊິ່ງກັນແລະກັນ ກ່ຽວກັບຄຳສັ່ງສອນຂອງພະພຸດທະເຈົ້າ, ນຳມາເຊິ່ງສັນຕິພາບ ແລະ ຄວາມວັດທະນາຖາວອນແບບຍືນຍົງໃຫ້ແກ່ ຫວຽດນາມ ແລະ ໄທ, ກໍ່ຄືເຊີດຊູບັນດາຄູນຄ່າຝ່າຍຕາເວັນອອກ.
ເລື່ອງຫັນພະໄຕປິດກໍບາລີເປັນດີຈີຕອນ, ດ້ວຍວັດຖຸອຸປະກອນປັນຍາປະດິດ ນຳໃຊ້ ໃນການອ່ານຄຳພີຄັ້ງທຳອິດໃນໂລກ ຈະໄດ້ແນະນຳຢູ່ໃນວັນ ບຸນວິສາຂະບູຊາ Vesak ສປຊ ເຊິ່ງຫວຽດນາມເປັນເຈົ້າພາບຈັດຂຶ້ນໃນເດືອນມິຖຸນາທີ່ຈະມາເຖິງ.
(ແຫຼ່ງຄັດຈາກ VOV)