FIFA World Cup 2026 ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ສະໜາມກິລາ Azteca ທີ່ Mexico City (ເມັກຊີໂກ), ສ້າງຂີດໝາຍການເລີ່ມຕົ້ນງານແຂ່ງຂັນ World Cup ໃຫຍ່ທີ່ສຸດໃນປະຫວັດສາດບານເຕະໂລກ
ຕອນທ່ຽງວັນທີ 11 ມິຖຸນາ (ຕາມເວລາທ້ອງຖິ່ນ), FIFA World Cup 2026 ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ສະໜາມກິລາ Azteca ທີ່ Mexico City (ເມັກຊີໂກ), ສ້າງຂີດໝາຍການເລີ່ມຕົ້ນງານແຂ່ງຂັນ World Cup ໃຫຍ່ທີ່ສຸດໃນປະຫວັດສາດບານເຕະໂລກ, ໂດຍໄດ້ຈັດຂຶ້ນຢູ່ 3 ປະເທດ: ເມັກຊີໂກ, ການາດາ ແລະ ອາເມລິກາ.
ພິທີໄຂບໍ່ພຽງແຕ່ເປີດສາກໃຫ້ງານແຂ່ງຂັນທີ່ເຕົ້າໂຮມ 48 ທິມກິລາແຫ່ງຊາດເທົ່ານັ້ນ, ຫາກຍັງສ້າງຂີດໝາຍຍ້ອນວິທີທີ່ ເມັກຊີໂກ ເລືອກເອົາການເລົ່າເລື່ອງລາວຂອງປະເທດຕົນຜ່ານດົນຕີ, ສິລະປະ ແລະ ບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ ໃນການສະແດງດົນຕີ, ແສງສີ ແລະ ຄວາມຕື້ນຕັນໃຈອີກດ້ວຍ. ໜຶ່ງໃນບັນດາຈຸດທີ່ເປັນເອກະລັກສະເພາະຂອງພິທີໄຂປີນີ້ແມ່ນການເຂົ້າຮ່ວມໂດຍກົງຂອງຜູ້ຊົມຢູ່ສະໜາມໃນຫຼາຍສ່ວນຂອງລາຍການສະແດງ.
ພາຍຫຼັງພິທີໄຂຢູ່ Mexico City, ບັນດາການເຄື່ອນໄຫວເປີດສາກຂອງ World Cup 2026 ຈະຈັດຂຶ້ນຢູ່ Toronto (ການາດາ) ແລະ Los Angeles (ອາເມລິກາ) ໃນວັນທີ 12 ມິຖຸນາ (ຕາມເວລາທ້ອງຖິ່ນ). ງານແຂ່ງຂັນຈະແກ່ຍາວເປັນເວລາກວ່າ 1 ເດືອນ ກ່ອນທີ່ຈະຈັດນັດແຂ່ງຂັນຮອບຊິງຊະນະເລີດຢູ່ New York - New Jersey ໃນວັນທີ 19 ກໍລະກົດ.
ນັດແຂ່ງຂັນທຳອິດຂອງ World Cup 2026 ແມ່ນທິມ ເມັກຊີໂກ - ອາຟະລິກາໃຕ້, ໂດຍ ເມັກຊີໂກ ຊະນະ 2 ປະຕູຕໍ່ 0 ຢູ່ສະໜາມກິລາ Azteca, ໃນນັດແຂ່ງຂັນສາຍ A ຈັດຂຶ້ນພາຍຫຼັງພິທີໄຂ. ນັກກິລາ Julian Quinones ແລະ Jimenez ແມ່ນຜູ້ຍິງເຂົ້າປະຕູ.
ພາຍຫຼັງນັດແຂ່ງຂັນນີ້, ໃນວັນດຽວກັນ, ນັດແຂ່ງຂັນທີ 2 ຂອງ World Cup ກໍ່ໄດ້ຈັດຂຶ້ນຢູ່ສະໜາມກິລາ Estadio Guadalajara ຢູ່ Zapopan (ເມັກຊີໂກ), ລະຫວ່າງທິມ ສ.ເກົາຫຼີ ແລະ ສ.ເຊັກໂກ. ຜົນຂອງນັດແຂ່ງຂັນແມ່ນ ສ.ເກົາຫຼີ ຊະນະ 2 ປະຕູຕໍ່ 1.
(ແຫຼ່ງຄັດຈາກ VOV)