• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາ​ລະ​ກິດ Artemis II ບູບ​ສະ​ຖິ​ຕິ​ນຳ​ມະ​ນຸດ​ເຂົ້າ​ອາ​​ວະ​ກາດ​ຍາວ​ໄກ​ທີ່​ສຸດ

ໃນ​ການ​ບິນມື​ທີ 6 ຂອງຍ​ານ​ອາ​ວະ​ກາດ Orion, ບັນ​ດາ​ນັກບິນ​ໄດ້​​ບິນກາຍ​ໄລ​ຍະ​ເກືອບ 400.000 ກີ​ໂລ​ແມັດ​ເມື່ອ​ທຽບ​ໃສ່​ກັບ​ໂລກ, ບູບ​ສະ​ຖິ​ຕິ​ກ່ອນ​ນັ້ນ​ໂດຍ ພາ​ລະ​ກິດ Apollo 13 ສ້າງຂຶ້ນ​ເມື່ອ​ປີ 1970.
  ພາບ​ປະ​ກອບ: NASA/REUTERS  

ວັນ​ທີ 6 ເມ​ສາ, ອົງ​ການ​ການ​ບິນ​ອາ​ວະ​ກາດ ອາ​ເມ​ລິ​ກາ (NASA) ໃຫ້​ຮູ້​ວ່າ ກຸ່ມຈຸບິນ Artemis II, ລວມ​ມີ​ນັກ​ບິນ​ສາມ​ຄົນ​ ຊາວ ​ອາ​ເມ​ລິ​ກາ ແມ່ນ: : Reid Wiseman, Victor Glover, Christina Koc ແລະ ຄົນ​ໜຶ່ງ​ຊາວ ​ກາ​ນາ​ດາ Jeremy Hansen ໄດ້​ບິນ​ໄປ​ຍັງ​ສະ​ຖານ​ທີ່​ຫ່າງ​ໄກ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ບັນ​ດາ​ ​ຖ້ຽວ​ບິນ​ທີ່​ມີ​ຄົນ​ຂັບ, ເມື່ອ​ກ້າວ​ເຂົ້າ​ສູ່​ເຂດເວ​ຫາ ຢູ່​ທາງຫຼັງ​ດວງ​ຈັນ.

ໃນ​ການ​ບິນມື​ທີ 6 ຂອງຍ​ານ​ອາ​ວະ​ກາດ Orion, ບັນ​ດາ​ນັກບິນ​ໄດ້​​ບິນກາຍ​ໄລ​ຍະ​ເກືອບ 400.000 ກີ​ໂລ​ແມັດ​ເມື່ອ​ທຽບ​ໃສ່​ກັບ​ໂລກ, ບູບ​ສະ​ຖິ​ຕິ​ກ່ອນ​ນັ້ນ​ໂດຍ ພາ​ລະ​ກິດ Apollo 13 ສ້າງຂຶ້ນ​ເມື່ອ​ປີ 1970. ຄາດ​ວ່າ​, ໃນ​ມື​ສຸດ​ທ້າຍ, ຍາມ​ອາ​ວະ​ກາດ Apollo 13 ຈະ​ບັນ​ລຸ​ໄລ​ຍະ​ຍາວ​ທີ່​ສຸດແມ່ນ 407.000 ກີ​ໂລ​ແມັດ, ໄກ​ກ່​ວາ​ສະ​ຖິ​ຕິ​ເກົ່າ​ປະ​ມານ 6.600 ກ່​ວາ ກີ​ໂລ​ແມັດ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຂອງ ​ທ່ານ ເຈິ່ນ​ເກີມ​ຕູ ຜູ້​ປ​ະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຈະ​ດຳ​ເນີນໃນ​ວັນ​ທີ 09 ເມ​ສາ 2026, ນັກ​ຂ່າ​ວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ໄດ້​ສຳ​ພາດ ​ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ ກ່​ຽວ​ກັບ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຢ້ຽມ​ຢາມ.

Top