ພາຍຫລັງປະທານາທິບໍດີ ອາເມລິກາ Donald Trump ປະກາດນະໂຍບາຍພາສີໃຫມ່ໃນວັນທີ 1 ສິງຫາ, ບັນດາປະເທດ ອາຊີ ໄດ້ມີປະຕິກິລິຍາແຕກຕ່າງກັນ ຈາກການຊົມເຊີຍ ຕະຫລອດຮອດມີຄວາມວິຕົກກັງວົນ.
ລົດໂອໂຕ ຢູ່ ທ່າກຳປັ່ນ Pyeongtaek, ທາງທິດໃຕ້ ນະຄອນຫລວງ ເຊີອູນ, ສ.ເກົາຫລີ. (ພາບປະກອບ:Yonhap/TTXVN)
ໄທ ແລະກຳປູເຈຍ ແມ່ນສອງປະເທດບັນລຸໄດ້ຂໍ້ຕົກລົງດ້ວຍອັດຕາພາສີບຸລິມະສິດ 19%. ລັດຖະບານໄທ ຖືວ່ານີ້ແມ່ນ “ຜົນສຳເລັດໃຫຍ່” ໃນການຮັກສາສະຖຽນລະພາບດ້ານເສດຖະກິດ ແລະ ກຳລັງຄວາມສາມາດການສົ່ງອອກ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ກໍ່ຊົມເຊີຍຂໍ້ຕົກລົງ ແລະ ຖືນີ້ແມ່ນ “ຂ່າວດີສຸດ” ສຳລັບພື້ນຖານເສດຖະກິດປະເທດນີ້.
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba ໃຫ້ຮູ້ວ່າ: ໂຕກຽວ ຈະສືບຕໍ່ຊຸກຍູ້ຂໍ້ຕົກລົງດ້ານການຄ້າສອງຝ່າຍ ເພື່ອແນໃສ່ຫລຸດຜ່ອນອັດຕາພາສີ 25% ປະຈຸບັນ ສຳລັບ ລົດໂອໂຕ ແລະເຄື່ອງອາໄຫລ່ລົດໂອໂຕ ຍີ່ປຸ່ນ ສົ່ງອອກໄປຍັງ ອາເມລິກາ. ໃນຂະນະນັ້ນ ລັດຖະບານ ສ. ເກົາຫລີ ໄດ້ຈັດການປະຊຸມດ່ວນເພື່ອຕີລາຄາຜົນກະທົບຂອງອັດຕາພາສີໃຫມ່.
ຈີນ ແມ່ນພື້ນຖານເສດຖະກິດໃຫຍ່ທີສອງຂອງໂລກ ແລະ ພວມໃນວິວັດການເຈລະຈາດ້ານການຄ້າກັບ ອາເມລິກາ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ. ທ່ານ Guo Jiakun ໂຄສົກ ກະຊວງການຕ່າງປະເທດ ຈີນ ມີຄຳເຕືອນວ່າ ບັນດານະໂຍບາຍອາລັກຂາ ຈະ “ກໍ່ຜົນຮ້າຍເຖິງຜົນປະໂຫຍດຂອງທຸກຝ່າຍ”
(ແຫຼ່ງຄັດຈາກ VOV)