• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາກ​ກາງ ຮີບ​ເຮັ່ງ​ຮັບ​ມື​ກັບ​ຄວາມ​ດັນ​ອາ​ກາດ​ຕ່ຳ ທີ່​ອາດ​ຈະ​ເພີ່ມ​ລະ​ດັບ​ຄວາມ​ແຮງ​ກາຍ​ເປັນ​ພາ​ຍຸ

ຕໍ່ໜ້າການຜັນແປຢ່າງສັບສົນຂອງຄວາມດັນອາກາດຕ່ຳ ທີ່ອາດຈະເພີ່ມລະດັບຄວາມແຮງກາຍເປັນພາຍຸ, ສົ່ງຜົນກະທົບໂດຍກົງຕໍ່ພາກກາງ ຫວຽດນາມນັ້ນ, ບັນດາແຂວງ ຈາກກວ໋າງບິ່ງ ເຂົ້າໄປ ກວ໋າງນາມ ໄດ້ເປັນເຈົ້າການຜັນຂະຫຍາຍຫຼາຍວິທີການຮັບມື.
ບັນດາແຂວງພາກກາງ ຫວຽດນາມ ເປັນເຈົ້າການປ້ອງກັນ, ຮັບມືກັບພາຍຸ (ພາບ: TTXVN)

ນັບແຕ່ຕອນບ່າຍວັນທີ 18 ກັນຍາ, ຢູ່ແຂວງ ກວ໋າງບິ່ງ, ບັນດາຍານພາຫະນະຄືກ່ຳປັ່ນ, ເຮືອ ໄດ້ເຄື່ອນຍ້າຍໄປຍັງບ່ອນປອດໄພ. ເພື່ອເປັນເຈົ້າການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານ, ຮັບມືກັບຄວາມດັນອາກາດຕ່ຳ, ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ກວ໋າງບິ່ງ ໄດ້ມີການຊີ້ນຳຢ່າງທັນການເຖິງບັນດາກົມກອງ ສືບຕໍ່ຕິດຕາມສະພາບການໃນບໍລິເວນຢ່າງໃກ້ຊິດ, ກຳແໜ້ນສະພາບການຜັນແປຂອງອາກາດ, ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ສຳຫຼວດກວດກາບັນດາແຜນການ, ພິເສດ, ເປັນເຈົ້າການຍົກຍ້າຍປະຊາຊົນຢູ່ບັນດາໝູ່ບ້ານເຂດຊາຍແດນທີ່ຢູ່ໃກ້ໂນນພູທີ່ມີຄວາມສ່ຽງເກີດດິນເຊາະເຈື່ອນ, ນ້ຳໄຫຼຊຸ ໄປຍັງບ່ອນທີ່ປອດໄພ; ກວດກາ ແລະ ເພີ່ມປະລິມານສະບຽງອາຫານສຳຮອງຕື່ມອີກ...

        ໃນວັນທີ 19 ກັນຍານີ້, ພະແນກສຶກສາ ແລະ ບຳລຸງສ້າງແຂວງ ກວ໋າງນາມ ກໍໄດ້ໃຫ້ນັກຮຽນພັກຮຽນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ ຢູ່ ອາ​ເມ​ລິ​ກາ ແລະ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ກູ​ບາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ ຢູ່ ອາ​ເມ​ລິ​ກາ ແລະ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ກູ​ບາ

ນັບແຕ່ວັນທີ 21 – 27 ກັນຍາ 2024, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກຄອມມູນິດ ຫວຽດນາມ, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ ສປຊ ຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ.

Top