ກອງປະຊຸມໃຫຍ່ມີຫົວຂໍ້ “ເສີມຂະຫຍາຍມູນເຊື້ອສາມັກຄີ, ກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງຮອບດ້ານ, ລະດົມທຸກແຫຼ່ງກຳລັງ, ບຸກທະລຸ, ມີຫົດຄິດປະດິດສ້າງ, ເຊື່ອມໂຍງເຂົ້າກັບສາກົນ, ພັດທະນານະຄອນເກິ່ນເທີໂດຍໄວ, ຍືນຍົງ ແລະ ທັນສະໄໝ”.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: VOV)
ຕອນເຊົ້າວັນທີ 27 ກັນຍາ, ຢູ່ນະຄອນເກິ່ນເທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ໄດ້ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຄະນະພັກນະຄອນ ເກິ່ນເທີຄັ້ງທີ 1, ອາຍຸການ 2025 – 2030. ກອງປະຊຸມໃຫຍ່ມີຫົວຂໍ້ “ເສີມຂະຫຍາຍມູນເຊື້ອສາມັກຄີ, ກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງຮອບດ້ານ, ລະດົມທຸກແຫຼ່ງກຳລັງ, ບຸກທະລຸ, ມີຫົດຄິດປະດິດສ້າງ, ເຊື່ອມໂຍງເຂົ້າກັບສາກົນ, ພັດທະນານະຄອນເກິ່ນເທີໂດຍໄວ, ຍືນຍົງ ແລະ ທັນສະໄໝ”.
ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມໃຫຍ່, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ນະຄອນເກິ່ນເທີຕ້ອງສຸມໃສ່ລະດັບສູງເພື່ອພັດທະນາເສດຖະກິດ, ເອົາໃຈໃສ່ເຖິງການເຊື່ອມຕໍ່ເຂດ; ເສີມຂະຫຍາຍທ່າໄດ້ປຽບກ່ຽວກັບສະໜາມບິນສາກົນ, ທ່າກຳປັ່ນ, ການເດີນເຮືອ, ເສັ້ນທາງຄວາມໄວສູງໂດຍໄວ, ຂຸດຄົ້ນສະຖານທີ່ພັດທະນາໃໝ່, ແກ້ໄຂຈຸດອຸດຕັນ… ນອກຈາກນັ້ນ, ນະຄອນຕ້ອງພັດທະນາທ່າແຮງໃນການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ໂຄສະນາເຄື່ອງໝາຍ “ເກິ່ນເທີ - ຕົວເມືອງເຂດແມ່ນ້ຳ”; ຂຸດຄົ້ນສີສັນວັດທະນະທຳແມ່ນ້ຳ, ກາຍເປັນສະຖານທີ່ນັດພົບສາກົນ.
(ແຫຼ່ງຄັດຈາກ VOV)