ໂດຍເຈືອຈານເຂົ້າກັບວັນບຸນສຳຄັນຍິ່ງຂອງປະເທດຊາດ ພາຍຫຼັງ 50 ປີທ້ອນໂຮມປະເທດຊາດ ຫວຽດນາມ ເປັນເອກະພາບ, ປຊຊ ຫວຽດນາມ ໃນທົ່ວປະເທດທັງຢູ່ພາຍໃນປະເທດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນຜູ້ຮັກຫອມສັນຕິພາບນັບລ້ານໆຄົນ ລ້ວນແຕ່ໄດ້ມຸ່ງໄປສູ່ພິທີວັນບຸນໃຫຍ່ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ຫວຽດນາມ ເປັນເອກະພາບ (30/4/1975 – 30/4/2025), ຊື່ງຈັດຂຶ້ນໃນຕອນເຊົ້າວັນທີ 30 ເມສາ ຢູ່ນະຄອນ ໂຮ່ຈີມິນ.
ຢູ່ນະຄອນ ໂຮ່ຈີມິນ, ລຽບຕາມຖະໜົນສາຍຕ່າງໆແຫ່ງທີ່ຄະນະເດີນຂະບວນ ສວນສະໜາມຜ່ານໄປ, ປຊຊ ໄດ້ເຕົ້າໂຮມນັບແຕ່ຮຸ່ງເຊົ້າດ້ວຍເສື້ອສີແດງ, ຖືທຸງຊາດສີແດງ ດາວເຫຼືອງ, ທຸງປົດປ່ອຍໃນມື:
ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດ, ບັນຍາກາດສະງ່າລາສີ, ທຸກຄົນລ້ວນແຕ່ມີຄວາມພາກພູມໃຈ. ບັນດານັກຮົບເຂົ້າຮ່ວມພິທີເດີນຂະບວນ, ສວນສະໜາມມີຄວາມສະຫງ່າ, ອົງອາດ. ຖັນແຖວສວຍງາມ, ຂ້າພະເຈົ້າຮັກປະເທດ ຫວຽດນາມ.
ພວກຂ້າພະເຈົ້າມີໜ້າຢູ່ທີ່ນີ້ແຕ່ເວລາ 1 ໂມງເຊົ້າເພື່ອເຈືອຈານເຂົ້າກັບບັນຍາກາດພ້ອມກັບທຸກຄົນ. ຄະນະສວນສະໜາມມີຂອບຂະໜາດໃຫຍ່ໂຕສວຍງາມທີ່ສຸດ ອັນໄດ້ນຳມາເຊິ່ງບັນຍາກາດອົງກາດກ້າແກ່ນຂອງ ຫວຽດນາມ ສົ່ງໄປຍັງ ປຊຊ ທຸກຄົນ, ພິເສດແມ່ນລຸ້ນໜຸ່ມ ເພື່ອໃຫ້ທຸກຄົນຍິ່ງມີຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດຍ້ອນວ່າເຮົາເປັນລູກຫຼານຂອງ ຫວຽດນາມ.
ຢູ່ບັນດາແຂວງ, ນະຄອນອື່ນໆ, ຫຼາຍຄົນກໍ່ໄດ້ສະແດງຄວາມເອກອ້າງທະນົງໃຈເມື່ອຮັບຊົມພິທີຜ່ານພາຫະນະສື່ມວນຊົນປະເພດຕ່າງໆ:
ເມື່ອຮັບຊົມການເດີນຂະບວນ ສວນສະໜາມທີ່ພິທີກໍ່ຄືບັນດາການເຄື່ອນໄຫວໃນໂອກາດນີ້ ຂ້າພະເຈົ້າເຫັນວ່າ ເຖິງວ່າຈະຢູ່ຈຸດເວລາໃດ, ຍາມໃດຊາດ ຫວຽດນາມ ກໍ່ແມ່ນຊາດທີ່ມີຄວາມສາມັກຄີກັນ, ເດັດດ່ຽວ, ອົງກາດກ້າແກ່ນ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ເປັນຊາວ ຫວຽດນາມ.
ຢູ່ພິທີ ຍັງມີການເຂົ້າຮ່ວມຂອງຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດກວ່າ 100 ຄົນ ຊື່ງໄດ້ແບ່ງປັນດ້ວຍຄວາມເອກອ້າງທະນົງໃຈວ່າ:
ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ກັບເມືອປະເທດຄັ້ງນີ້ແມ່ນມີຄວາມເປັນກຽດອັນສູງສົ່ງ ບໍ່ພຽງແຕ່ສຳລັບຂ້າພະເຈົ້າເອງເທົ່ານັ້ນ, ຫາກຊາວ ຫວຽດນາມ ອາໄສຢູ່ບັນດາປະເທດອື່ນໆກໍ່ເຊັ່ນດຽວກັນອີກດ້ວຍ ຍ້ອນໄດ້ເຊື່ອມຕົວເຂົ້າກັບບັນດາກາດທີ່ຟົດຟື້ນມ່ວນຊື່ນ. ສິ່ງດັ່ງກ່າວເຮັດໃຫ້ຂ້າພະເຈົ້າຍິ່ງມີຄວາມເອກອ້າງທະນົງໃຈກ່ຽວກັບປະເທດຊາດທີ່ພວມບຸກບືນ, ພັດທະນາ.
(ແຫຼ່ງຄັດຈາກ VOV)