ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ໃນປີນີ້, ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳບັນລຸໝາກຜົນພົ້ນແມ່ນກ່ວາ 70 ຕື້ USD.
ທ່ານ ຟຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
ຕອນບ່າຍວັນທີ 29 ທັນວາ, ຢູ່ນະຄອນເກິ່ນເທີ, ກະຊວງກະສິກຳ ແລະ ສິ່ງແວດລ້ອມໄດ້ຈັດຕັ້ງກອງປະຊຸມ “ສະຫຼຸບທົ່ວຂະແໜງປາປື່ງໃນປີ 2025 ແລະ ໜ້າທີ່ຈຸດສຸມຈຳນວນໜຶ່ງໃນປີ 2026”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ໃນປີນີ້, ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳບັນລຸໝາກຜົນພົ້ນແມ່ນກ່ວາ 70 ຕື້ USD. ເພື່ອໃຫ້ການເຕີບໂຕຫຼາຍກ່ວາອີກ, ຂະແໜງກະສິກຳ ພິເສດແມ່ນສິນໃນນ້ຳ ຕ້ອງປ່ຽນແປງວິທີການຜະລິດ, ເກັບກ່ຽວ, ປຸງແຕ່ງ, ພັດທະນາຕະຫຼາດ ແລະ ຍູ້ແຮງການຫັນເປັນດີຈີຕອນ… ທ່ານໃຫ້ຮູ້ວ່າ:
ປີນີ້, ການສົ່ງອອກສິນໃນນ້ຳບັນລຸກ່ວາ 11,3 ຕື້ USD, ຂະແໜງສິນໃນນ້ຳຂອງພວກເຮົາບັນລຸໄດ້ຜົນງານຄືດັ່ງກ່າວ ໃນສະພາບຄວາມຫຍຸ້ງຍາກລວມຂອງໂລກ, ນັ້ນແມ່ນ ສິ່ງເປັນໜ້າຊື່ນຊົມ, ເປັນໜ້ານັບຖືທີ່ສຸດ. ຍ້ອນການສົ່ງອອກສິນໃນນ້ຳໄປຍັງອາເມລິກາ ບັນລຸກ່ວາ 1,8 ຕື້ USD ໃນນັ້ນ: ກຸ້ງບັນລຸກວ່າ 800 ລ້ານ USD , ປາທູນາບັນລຸກວ່າ 300 ລ້ານ USD ແລະ ປາປື່ງບັນລຸກວ່າ 300 ລ້ານ USD
(ແຫຼ່ງຄັດຈາກ VOV)