ການປະກາດໃຊ້ມະຕິກຳນົດກ່ຽວກັບການບໍລິການດູດຊຶມແລະຮັກສາ ກາກບ່ອນຂອງປ່າແມ່ນມີຄວາມຈຳເປັນທີ່ສຸດ ແລະ ຮີບດ່ວນເພື່ອສ້າງຂອບກົດໝາຍຢ່າງຄົບຖ້ວນ.
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ເປັນປະທານກອງປະຊຸມ (ພາບ: VGP)
ວັນທີ 4 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບການສ້າງມະຕິກຳນົດກ່ຽວກັບການບໍລິການດູດຊຶມ ແລະຮັກສາກາກບອນຂອງປ່າ ແລະ ສັນຍາຊື້ຂາຍຫຼຸດຜ່ອນການປ່ອຍອາຍພິດກັບອົງການເພີ່ມທະວີດ້ານການເງິນໃຫ້ແກ່ປ່າໄມ້. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ເນັ້ນໜັກວ່າ ການປະກາດໃຊ້ມະຕິກຳນົດກ່ຽວກັບການບໍລິການດູດຊຶມແລະຮັກສາ ກາກບ່ອນຂອງປ່າແມ່ນມີຄວາມຈຳເປັນທີ່ສຸດ ແລະ ຮີບດ່ວນເພື່ອສ້າງຂອບກົດໝາຍຢ່າງຄົບຖ້ວນ, ເປັນເອກະພາບເພື່ອໃຫ້ບັນດາທ້ອງຖິ່ນ, ເຈົ້າຂອງປ່າຜັນຂະຫຍາຍການບໍລິການດູດຊຶມ ແລະຮັກສາກາກບ່ອນປ່າ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງການແບ່ງຂັ້ນໃຫ້ບັນດາທ້ອງຖິ່ນ, ມອບໃຫ້ກະຊວງກະສິກຳ ແລະ ສະພາບແວດລ້ອມ ດຳເນີນການເຈລະຈາກ່ຽວກັບສັນຍາຊື້ຂາຍຫຼຸດຜ່ອນການປ່ອຍອາຍພິດກັບອົງການເພີ່ມທະວີດ້ານການເງິນໃຫ້ປ່າໄມ້ໃນເດືອນມິຖຸນາຈະມາເຖິງ.
(ແຫຼ່ງຄັດຈາກ VOV)