• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ Donald Trump ຢາກ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ ຈີນ

ວັນທີ 10 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານຢາກບັນລຸໄດ້ຂໍ້ຕົກລົງກັບ ຈີນ.
ທ່ານປະທານາທິບໍດີ ອາເມລິກາ Donald Trump

ເມື່ອກ່າວຄຳເຫັນໃນກອງປະຊຸມຄະນະລັດຖະບານຢູ່ທຳນຽບຂາວ ໃນວັນທີ 10 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານຢາກບັນລຸໄດ້ຂໍ້ຕົກລົງກັບ ຈີນ. ຖະແຫຼງການໄດ້ຍົກອອກມາໃນສະພາບການພື້ນຖານເສດຖະກິດໃຫຍ່ສຸດໃນໂລກພວມເຂົ້າຮ່ວມສົງຄາມການຄ້າເຮັດໃຫ້ຕະຫຼາດທົ່ວໂລກປັ່ນປ່ວນໃນຊຸມວັນຜ່ານມາ. ເຖິງຢ່າງໃດກໍຕາມ, ວົງການເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ, ປະເທດນີ້ໃຫ້ບຸລິມະສິດເຈລະຈາກັບບັນດາສຳພັນທະມິດ ແລະ ຄູ່ຮ່ວມມືດ້ານການຄ້າອື່ນໆ.

ໃນຂະນະນັ້ນ, ຈີນ ໃຫ້ຮູ້ວ່າ ປະເທດນີ້ “ເປີດອົກເປີດໃຈເຈລະຈາກັບ ອາເມລິກາ” ກ່ຽວກັບພາສີ, ແຕ່ການເຈລະຈາຕ້ອງໄດ້ດຳເນີນບົນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ ແລະ ຍຸຕິທຳ. ກະຊວງການຕ່າງປະເທດ ຈີນ ກໍຢັ້ງຢືນວ່າ ປະເທດນີ້ບໍ່ຢາກສູ້ຢັນກັນກັບ ອາເມລິກາ.

ກໍກ່ຽວຂ້ອງເຖິງບັນຫາພາສີ, ວັນທີ 10 ເມສາ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ, ໃຫ້ຮູ້ວ່າ: ສະຫະພາບເອີຣົບ ຈະໂຈະຊົ່ວຄາວການຜັນຂະຫຍາຍບັນດາມາດຕະການໂຕ້ຕອບພາສີສຳລັບ ອາເມລິກາ, ພາຍຫຼັງທີ່ທ່ານປະທານາທິບໍດີ Donald Trump  ອອກແຈ້ງການເລື່ອນການຈັດວາງພາສີສົມທົບຕື່ມອີກ 90 ວັນ ສຳລັບສິນຄ້າຈາກນັບສິບຄູ່ຮ່ວມມືການຄ້າ, ໃນນັ້ນ ມີ EU.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ຕອນບ່າຍວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4 ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 4 ວັນ (14/4 - 17/4).

Top