ຕອນຄ່ຳວັນທີ 27 ກໍລະກົດ, ທ່ານນາງ Samdech Khuon Sudary ປະທານສະພາແຫ່ງຊາດ ກຳປູເຈຍ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 27 – 29 ກໍລະກົດ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ.
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນທິແທັງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ Samdech Khuon Sudary ຢູ່ສະໜາມບິນສາກົນ ໂນ້ຍບາຍ (ພາບ: VNA)
ອອກຕ້ອນຮັບຄະນະຢູ່ສະໜາມບິນສາກົນ ໂນ້ຍບາຍ ມີທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ; ທ່ານ ຫວູຫາຍຮ່າ ຮອງປະທານຜູ້ປະຈຳການ ກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ, ທ່ານນາງ Touch Sopharath ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ.
ໃນຂອບເຂດການຢ້ຽມຢາມ, ທ່ານນາງ Samdech Khuon Sudary ປະທານສະພາແຫ່ງຊາດ ກຳປູເຈຍ ຈະມີການພົບປະສອງຝ່າຍກັບ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ, ພົບປະກັບການນຳຫຼັກແຫຼ່ງຈຳນວນໜຶ່ງຂອງ ຫວຽດນາມ ແລະ ຢ້ຽມຢາມບາງກຸ່ມບໍລິສັດ, ຮາກຖານສາທາລະນະສຸກຂອງ ຫວຽດນາມ. ນອກຈາກນັ້ນແລ້ວ, ຄາດວ່າ ບັນດາອົງການສະເພາະກິດຂອງສະພາແຫ່ງຊາດສອງປະເທດ ຈະມີການພົບປະແລກປ່ຽນ ແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)