• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາຕ່ຳ ອາເມລິກາ ຍົກເງື່ອນໄຂອະນຸມັດຜ່ານການຊ່ວຍເຫຼືອໃຫ້ ແກ່ຢູແກຼນ

ໃນຈົດໝາຍສະບັບໜຶ່ງທີ່ປະກາດໃນວັນທີ 5 ທັນວາ, ທ່ານ Mike Johnson ເນັ້ນໜັກວ່າ: ທ່ານປະທານາທິບໍດີ Joe Biden ຕ້ອງຕອບສະໜອງບັນດາຄຳຮຽກຮ້ອງຕິດຕາມກວດກາຂອງ ສະພາແຫ່ງຊາດ ກ່ຽວກັບເລື່ອງອຳນາດການປົກຄອງມາຮອດປະຈຸບັນ ກໍ່ບໍ່ທັນຍົກອອກບັນດາເປົ້າໝາຍໄດ້ກຳນົດຢ່າງຈະແຈ້ງເທື່ອ
ທ່ານປະທານສະພາຕ່ຳ ອາເມລິກາ Mike Johnson (ພາບ:CNN)

ວັນທີ 5 ທັນວາ, ທ່ານປະທານສະພາຕ່ຳ ອາເມລິກາ Mike Johnson, ໄດ້ຢຳ້ຄືນຄຳຮຽກຮ້ອງສະໜອງຂໍ້ມູນຂ່າວ ກ່ຽວກັບຍຸດທະສາດສຳລັບ ຢູແກຼນ ແລະ ຄຳຮຽກທວງສິດຂອງພັກສາທາລະນະຮຽກຮ້ອງໃຫ້ ອຳນາດການປົກຄອງຂອງ ທ່ານປະທານາທິບໍດີ Joe Biden ປ່ຽນແປງນະໂຍບາຍເຂົ້າເມືອງ ແລະ ຖືວ່ານັ້ນແມ່ນເງື່ອນໄຂເພື່ອພິຈາລະນາໃຫ້ສັດຕະຍາບັນບ້ວງເງິນຊ່ວຍເຫຼືອໃຫມ່ໃຫ້ ຢູແກຼນ.

ໃນຈົດໝາຍສະບັບໜຶ່ງທີ່ປະກາດໃນວັນທີ 5 ທັນວາ, ທ່ານ Mike Johnson ເນັ້ນໜັກວ່າ: ທ່ານປະທານາທິບໍດີ Joe Biden ຕ້ອງຕອບສະໜອງບັນດາຄຳຮຽກຮ້ອງຕິດຕາມກວດກາຂອງ ສະພາແຫ່ງຊາດ ກ່ຽວກັບເລື່ອງອຳນາດການປົກຄອງມາຮອດປະຈຸບັນ ກໍ່ບໍ່ທັນຍົກອອກບັນດາເປົ້າໝາຍໄດ້ກຳນົດຢ່າງຈະແຈ້ງເທື່ອ ແລະ ເລື່ອງບໍ່ສະໜອງອາວຸດຈຳເປັນ (ໃຫ້ແກ່ຢູແກຼນ) ຢ່າງທັນການ.

ທ່ານ Mike Johnson ໄດ້ປະກາດຈົດໝາຍສະບັບດັ່ງກ່າວເພື່ອຕອບຈົດໝາຍໃນວັນທີ 4 ທັນວາ ຂອງທ່ານນາງ Shalanda Young, ຜູ້ອຳນວຍການດ້ານງົບປະມານທຳນຽບຂາວ, ໃນນັ້ນທ່ານນາງໄດ້ກ່າວເຕືອນວ່າ: ວໍຊິງຕັນ ໃກ້ຈະໝົດເວລາ ແລະ ງົບປະມານ ເພື່ອຊ່ວຍ ຢູແກຼນ ໃນການປະທະກັນກັບ ລັດເຊຍ. ກ່ອນນັ້ນໜຶ່ງວັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຮຽກຮ້ອງສະພາແຫ່ງຊາດສະໜອງບ້ວງເງິນ 106 ຕື້ໂດລາສະຫະລັດ ເພື່ອໜູນຊ່ວຍ ຢູແກຼນ ແລະ ອິດສະຣາແອນ ແຕ່ບັນດາສະມາຊິກລັດຖະສະພາໄດ້ປະຕິເສດການປະຕິບັດຄຳຮຽກຮ້ອງຂອງທ່ານ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top